• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄວາມໄວ້ເນື້ອເຊື່ອໃຈຂອງວິສາຫະກິດ ທີ່ມີຕໍ່ລາຍການຟື້ນຟູເສດຖະກິດ

      ທ່ານ ມາກກວກແອງ, ຮ່ອງປະທານ ທັງເປັນ ເລຂານຸການ ສະຫະສະມາຄົມວິສາຫະກິດຂະໜາດນ້ອຍ ແລະ ກາງນະຄອນ ຮ່າໂນ້ຍ, ຖືວ່າ ກອງປະຊຸມວິສາມັນຄັ້ງນີ້ຂອງ ສະພາແຫ່ງຊາດ ໄດ້ຕັດສິນໃຈບັນດາບັນຫາທີ່ຈຳເປັນ ແລະ ຮີບດ່ວນ, ສອດຄ່ອງກັບພຶດຕິກຳຕົວຈິງຂອງປະເທດ, ນັ້ນກໍ່ແມ່ນຄວາມລໍຄອຍຂອງປະຊາຄົມວິສາຫະກິດ.
ທ່ານ ມາກກວກແອງ, ຮອງປະທານ ທັງເປັນ ເລຂານຸການ ສະຫະສະມາຄົມວິສາຫະກິດຂະໜາດນ້ອຍ ແລະ ກາງນະຄອນ ຮ່າໂນ້ຍ (ພາບ: qdnd.vn)
      ກອງປະຊຸມວິສາມັນຄັ້ງທີ I, ສະພາແຫ່ງຊາດຊຸດທີ XV ກຳລັງດຳເນີນໄປຢູ່ ຮ່າໂນ້ຍ ນັ້ນໄດ້ຮັບຄວາມສົນໃຈເປັນພິເສດຈາກຜູ້ມີສິດເລືອກຕັ້ງໃນທົ່ວປະເທດ. ປະຊາຄົມວິສາຫະກິດຫວັງວ່າ, ການຕັດສິນບັນຫາສຳຄັນໃນກອງປະຊຸມຄັ້ງນີ້ ຈະສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ວິສາຫະກິດໄດ້ຊົມໃຊ້ບັນດານະໂຍບາຍໜູນຊ່ວຍໂດຍໄວ ເພື່ອຟື້ນຟູການຜະລິດ, ດຳເນີນທຸລະກິດ.
            ທ່ານ ມາກກວກແອງ, ຮອງປະທານ ທັງເປັນ ເລຂານຸການ ສະຫະສະມາຄົມວິສາຫະກິດຂະໜາດນ້ອຍ ແລະ ກາງນະຄອນ ຮ່າໂນ້ຍ, ຖືວ່າ ກອງປະຊຸມວິສາມັນຄັ້ງນີ້ຂອງ ສະພາແຫ່ງຊາດ ໄດ້ຕັດສິນໃຈບັນດາບັນຫາທີ່ຈຳເປັນ ແລະ ຮີບດ່ວນ, ສອດຄ່ອງກັບພຶດຕິກຳຕົວຈິງຂອງປະເທດ, ນັ້ນກໍ່ແມ່ນຄວາມລໍຄອຍຂອງປະຊາຄົມວິສາຫະກິດ.
            ໃນກອງປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ພິຈາລະນາຮັບຮອງເອົາມະຕິວ່າດ້ວຍນະໂຍບາຍການເງິນ, ເງິນຕາເພຶ່ອໜູນຊ່ວຍການຜັນຂະຫຍາຍ ລາຍການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ. ມະຕິສະບັບນີ້ມີຄວາມໝາຍສຳຄັນເປັນພິເສດໃນສະພາບການປະຈຸບັນ. ຈາກການເຄື່ອນໄຫວຕົວຈິງຂອງວິສາຫະກິດອະສັງຫາລິມະຊັບ, ທ່ານ ຫງວຽນແອງຕວນ, ປະທານສະພາບໍລິຫານບໍລິສັດຫຸ້ນສ່ວນ ເຟືອງດົງ, ໃຫ້ຮູ້ວ່າ ການແກ້ໄຂຄວາມຫຍຸ້ງຍາກຮີບດ່ວນທີ່ສຸດສຳລັບວິສາຫະກິດແມ່ນແຫຼ່ງທຶນ.
            “ທີ 1, ກ່ຽວກັບນະໂຍບາຍການເງິນ, ສະພາແຫ່ງຊາດ ໄດ້ມອບ ໃຫ້ລັດຖະບານ ປະຕິບັດການຍົກເວັ້ນ, ຫຼຸດຜ່ອນພາສີອາກອນ ແລະ ຄ່າໃຊ້ຈ່າຍຕ່າງໆ, ເພື່ອຊ່ວຍໃຫ້ວິສາຫະກິດຫຼຸດຜ່ອນຄວາມຫຍຸງຍາກຢ່າງທັນການ. ອີກບັນຫາໜຶ່ງທີ່ຂ້າພະເຈົ້າຫວັງວ່າໃນກອງປະຊຸມຄັ້ງນີ້ ແມ່ນນະໂຍບາຍເງິນຕາສອດຄ່ອງກັບສະພາບການນັ້ນຈະສ້າງເງື່ອນໄຂໃຫ້ແກ່ວິສາຫະກິດ ໄດ້ນຳໃຊ້ແຫຼ່ງທຶນໃໝ່, ສຸມໃສ່ໃນການເຄື່ອນໄຫວຜະລິດ ແລະ ດຳເນີນທຸລະກິດ.”
            ກ່ຽວກັບບ້ວງເງິນໜູນຊ່ວຍການຟື້ນຟູວິສາຫະກິດ, ສະຫະກອນ, ຄອບຄົວດຳເນີນທຸລະກິດ ຈຳນວນ 110.000 ຕື້ດົງ, ຕາມຄຳເຫັນຂອງບັນດານັກຊ່ຽວຊານແລ້ວ, ນີ້ແມ່ນເໝາະສົມກັບລະດັບຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກ່າວຄຳເຫັນຢູ່ໜ່ວຍ
(ພາບ: TTXVN)
      ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມວິສາມັນຄັ້ງທຳອິດ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ວັນທີ 06 ມັງກອນ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບ 3 ເນື້ອໃນ: ຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງ ກົດໝາຍ 8 ສະບັບ ໃນນັ້ນ ມີກົດໝາຍວ່າດ້ວຍການລົງທຶນສາທາລະນະ, ກົດໝາຍວ່າດ້ວຍການລົງທຶນແບບ BOT ແລະ ກົດໝາຍວ່າດ້ວຍວິສາຫະກິດ…; ແຜນນະໂຍບາຍລົງທຶນໂຄງການກໍ່ສ້າງເສັ້ນທາງດ່ວນ ເໜືອ - ໃຕ້ ທາງທິດຕາເວັນອອກ ໄລຍະ 2021 – 2025; ຮ່າງມະຕິວ່າດ້ວຍການປະຕິບັດທົດລອງບາງກົນໄກ, ນະໂຍບາຍສະເພາະການພັດທະນານະຄອນ ເກີນເທີ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top