• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄວາມເຄັ່ງຕຶງໃນການພົວພັນລະຫວ່າງອາເມລິກາ-ຕວກກີຖືກເພີ່ມຂຶ້ນ

ວັນທີ 11 ສິງຫາ, ທ່ານປະທານາທິບໍດີຕວກກີ Tayyip Erdogan ໃຫ້ຮູ້ວ່າ, ໄດ້ມີແຜນການເລີ່ມນຳໃຊ້ສະກຸນເງິນ ລີຣາ (Lira) ແທນທີ່ນຳໃຊ້ສະກຸນເງິນ USD ໃນການແລກປ່ຽນການຄ້າກັບບັນດາຄູ່ຮ່ວມມືຫຼັກແຫຼ່ງຂອງປະເທດນີ້, ໃນນັ້ນມີລັດເຊຍ, ຈີນ, ອີຣານ ແລະ ຢູແກຼນ.


ແລະ ທ່ານປະທານາທິບໍດີອາເມລິກາ Donald Trump ແລະ ທ່ານປະທານາທິບໍດີຕວກກີ Tayyip Erdogan

(ພາບປະກອບ: Hurriyet Daily News)

ຖະແຫຼງການດັ່ງກ່າວຖືກຍົກອອກມາພາຍຫຼັງໜຶ່ງວັນທີ່ທ່ານປະທານາທິບໍດີອາເມລິກາ Donald Trump ອະນຸດຍາດໃຫ້ເພີ່ມອັດຕາພາສີນຳເຂົ້າອາລູມີນຽມ ແລະ ເຫຼັກກ້າ ຈາກຕວກກີ ຂຶ້ນທົບ 2 ເທົ່າ. ປະຕິກິລິຍາຕໍ່ການກະທຳດັ່ງກ່າວ, ເງິນລີຣາ ຂອງຕວກກີ ເສຍຄ່າ 20% ເມື່ອທຽບໃສ່ສະກຸນເງິນ USD, ລົງຢູ່ໃນລະດັບຕ່ຳສຸດ. ພ້ອມທັງ, ທ່ານ Erdogan ຢືນຢັນວ່າ, ພ້ອມແລ້ວທີ່ຈະນຳໃຊ້ສະກຸນເງິນເອີໂລ ໃນການແລກປ່ຽນການຄ້າກັບບັນດາປະເທດເອີລົບ ຖ້າບັນດາປະເທດນີ້ພ້ອມແລ້ວ.

        ເຫດການອື່ນໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດຕວກກີ Binali Yildirim ຖືວ່າ ທັດສະນະເປັນປໍລະປັກຂອງອາເມລິກາ ຕໍ່ລັດເຊຍ ແລະ ຕວກກີ ແມ່ນບໍ່ຊອບທຳ.

 (ແຫຼ່ງຄັດຈາກ VOV)


ອາ​ເມ​ລິ​ກາ​ ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ໃໝ່, ນຳ​ກ່ຳ​ປັ່ນ​ສູ້​ຮົບ​ມຸ່ງໜ້າ​ສູ່ ອີ​ຣານ

ອາ​ເມ​ລິ​ກາ​ ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ໃໝ່, ນຳ​ກ່ຳ​ປັ່ນ​ສູ້​ຮົບ​ມຸ່ງໜ້າ​ສູ່ ອີ​ຣານ

ວັນທີ 23 ມັງກອນ, ອຳນາດການປົກຄອງ ອາເມລິກາ ໄດ້ປະກາດໃຊ້ຄຳສັ່ງລົງໂທດໃໝ່ກ່ຽວຂ້ອງເຖິງ ອີຣານ, ໂດຍແນໃສ່ກ່ຳປັ່ນຂົນສົ່ງນ້ຳມັນ 9 ລຳ ແລະ 8 ອົງການຈັດຕັ້ງ.

Top