
ແລະ ທ່ານປະທານາທິບໍດີອາເມລິກາ Donald Trump ແລະ ທ່ານປະທານາທິບໍດີຕວກກີ Tayyip Erdogan
(ພາບປະກອບ: Hurriyet Daily News)
ຖະແຫຼງການດັ່ງກ່າວຖືກຍົກອອກມາພາຍຫຼັງໜຶ່ງວັນທີ່ທ່ານປະທານາທິບໍດີອາເມລິກາ Donald Trump ອະນຸດຍາດໃຫ້ເພີ່ມອັດຕາພາສີນຳເຂົ້າອາລູມີນຽມ ແລະ ເຫຼັກກ້າ ຈາກຕວກກີ ຂຶ້ນທົບ 2 ເທົ່າ. ປະຕິກິລິຍາຕໍ່ການກະທຳດັ່ງກ່າວ, ເງິນລີຣາ ຂອງຕວກກີ ເສຍຄ່າ 20% ເມື່ອທຽບໃສ່ສະກຸນເງິນ USD, ລົງຢູ່ໃນລະດັບຕ່ຳສຸດ. ພ້ອມທັງ, ທ່ານ Erdogan ຢືນຢັນວ່າ, ພ້ອມແລ້ວທີ່ຈະນຳໃຊ້ສະກຸນເງິນເອີໂລ ໃນການແລກປ່ຽນການຄ້າກັບບັນດາປະເທດເອີລົບ ຖ້າບັນດາປະເທດນີ້ພ້ອມແລ້ວ.
ເຫດການອື່ນໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດຕວກກີ Binali Yildirim ຖືວ່າ ທັດສະນະເປັນປໍລະປັກຂອງອາເມລິກາ ຕໍ່ລັດເຊຍ ແລະ ຕວກກີ ແມ່ນບໍ່ຊອບທຳ.
(ແຫຼ່ງຄັດຈາກ VOV)