• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄວາມເຄັ່ງຕຶງບົນເວທີການເມືອງ ສ.ເກົາຫຼີ ເພີ່ມຂຶ້ນ

ບັນດາສຳນັກຂ່າວສານ Newsis ແລະ Yonhap ໄດ້ໃຫ້ຂ່າວວ່າ, ທ່ານຫົວໜ້າຫ້ອງວ່າການປະທານາທິບໍດີ ສ.ເກົາຫຼີ ແລະ ບັນດາເລຂາຂັ້ນສູງໄດ້ຂໍລາອອກຈາກຕຳແໜ່ງ.
ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ກ່າວປາໄສ ໃນວັນທີ 3 ທັນວາ. (ພາບ: AFP)

ວັນທີ 04 ທັນວາ, ພັກປະຊາທິປະໄຕ (DP) ຝ່າຍຄ້ານຢູ່ ສ.ເກົາຫຼີ ໄດ້ຮຽກຮ້ອງໃຫ້ທ່ານປະທານາທິບໍດີ Yoon Suk Yeol ລາອອກຈາກຕຳແໜ່ງ, ພ້ອມທັງຖະແຫຼງວ່າ ຈະຕິດຕາມການພິຈາລະນາໂທດ ຖ້າຫາກວ່າ ການນຳຜູ້ນີ້ປະຕິເສດ. ໃນມະຕິທີ່ໄດ້ຮັບຮອງເອົາໃນວາລະປະຊຸມຮີບດ່ວນຢູ່ສະພາແຫ່ງຊາດໃນຕອນເຊົ້າວັນດຽວກັນ, ພັກ DP ຊີ້ແຈ້ງວ່າ: “ການປະກາດກົດໄອຍະການເສິກຂອງທ່ານປະທານາທິບໍດີ Yoon Suk Yeol ໄດ້ລະເມີດລັດຖະທຳມະນູນ” ແລະ “ທຸກຄວາມຮຽກຮ້ອງທີ່ຈຳເປັນໃຫ້ແກ່ເລື່ອງປະກາດກົດໄອຍະການເສິກລ້ວນແຕ່ບໍ່ໄດ້ປະຕິບັດ”.

ແລະກໍ່ໃນວັນດຽວກັນ, ບັນດາສຳນັກຂ່າວສານ Newsis ແລະ Yonhap ໄດ້ໃຫ້ຂ່າວວ່າ, ທ່ານຫົວໜ້າຫ້ອງວ່າການປະທານາທິບໍດີ ສ.ເກົາຫຼີ ແລະ ບັນດາເລຂາຂັ້ນສູງໄດ້ຂໍລາອອກຈາກຕຳແໜ່ງ.

ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 03 ທັນວາ, ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ໄດ້ປະກາດກົດໄອຍະການເສິກໂດຍບັງເອີ້ນ, ກ່າວຫາຝ່າຍຄ້ານເຮັດໃຫ້ການເຄື່ອນໄຫວຂອງລັດຖືກຢຸດສະຫງັກ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຄວາມ​ໝັ້ນ​ຄົງ​ດ້ານ​ຂໍ້​ມູນ​ຕ້ອງ​ຖື​ຢູ່​ລ​ະ​ດັບ​ຍຸ​ດ​ທະ​ສາດ​ເພື່ອ​ປົກ​ປ້ອງ​ຂໍ້​ມູນ​ຂອງ​ປະ​ຊາ​ຊົນ​ 100 ລ້ານ​ຄົນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຄວາມ​ໝັ້ນ​ຄົງ​ດ້ານ​ຂໍ້​ມູນ​ຕ້ອງ​ຖື​ຢູ່​ລ​ະ​ດັບ​ຍຸ​ດ​ທະ​ສາດ​ເພື່ອ​ປົກ​ປ້ອງ​ຂໍ້​ມູນ​ຂອງ​ປະ​ຊາ​ຊົນ​ 100 ລ້ານ​ຄົນ

ເພື່ອຫັນເປົ້າໝາຍການເຕີບໂຕບັນລຸລະດັບ 10%ໃຫ້ປະກົດຜົນເປັນຈິງ, ທ່ານນາຍົກລັດຖະມົນຕີ ຖືວ່າ ບໍ່ພຽງແຕ່ອີງຕາມບັນດາກຳລັງໜູນເຕີບໂຕແບບເກົ່າທີ່ພວມຄ່ອຍໆຮອດລະດັບກຳນົດເທົ່ານັ້ນ ຫາກຍັງຕ້ອງ ຂຸດຄົ້ນປະສິດທິຜົນຂອງບັນດາກຳລັງໜູນເຕີບໂຕໃຫຍ່ຢ່າງສຸດຂີດອີກດ້ວຍ

Top