• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນ​ບຸນການ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ 2026: ຄົ້ນ​ຫາ​ນະ​ຄອນຫຼວງ​ຜ່ານ​ການ​ທ່ອງ​ທ່ຽວ​ສີ​ຂຽວ ແລະ ການ​ລົງ​ຕົວ​ຈິງ​ແບບ​ດີ​ຈີ​ຕອນ

ໂດຍໄດ້ດຳເນີນແຕ່ວັນທີ 13 ມີນາ ຫາວັນທີ 15 ມີນາ, ວັນບຸນມີຂອບຂະໜາດເກືອບ 100 ຮ້ານວາງສະແດງສິນຄ້າ ໄດ້ຮັບການອອກແບບຄືວິວັດການຄົ້ນຫາຮ່າໂນ້ຍ ຜ່ານການລົງຕົວຈິງຫຼາຍຢ່າງ ຜ່ານຫຼາຍສະຖານທີ່ທີ່ມີຫົວຂໍ້ແຕກຕ່າງກັນ.
  ວັນບຸນການທ່ອງທ່ຽວຮ່າໂນ້ຍ 2026 ໄດ້ຈັດຂຶ້ນແຕ່ວັນທີ 13 – 15 ມີນາ 2026 ຢູ່ສວນສາທາລະນະ ໂທ້ງເຍິດ (ພາບ: VOV)  

ວັນບຸນການທ່ອງທ່ຽວຮ່າໂນ້ຍ 2026 ດ້ວຍຫົວຂໍ້ “ການທ່ອງທ່ຽວສີຂຽວ ແລະ ການລົງຕົວຈິງແບບດີຈີຕອນ” ໂດຍພະແນກການທ່ອງທ່ຽວຮ່າໂນ້ຍຈັດຂຶ້ນ ໄດ້ຂຶ້ນໃນຕອນຄ່ຳວັນທີ 13 ມີນາຢູ່ ສວນສາທາລະນະໂທ້ງເຍິດ, ວັນບຸນການທ່ອງທ່ຽວຮ່າໂນ້ຍ ແມ່ນການເຄື່ອນໄຫວສົ່ງເສີມການທ່ອງທ່ຽວປະຈຳປີເພື່ອແນໃສ່ໂຄສະນາພາບພົດຂອງນະຄອນຫຼວງ ແມ່ນສະຖານທີ່ນັດພົບທ່ອງທ່ຽວອັນພົ້ນເດັ່ນ.

ໂດຍໄດ້ດຳເນີນແຕ່ວັນທີ 13 ມີນາ ຫາວັນທີ 15 ມີນາ, ວັນບຸນມີຂອບຂະໜາດເກືອບ 100 ຮ້ານວາງສະແດງສິນຄ້າ ໄດ້ຮັບການອອກແບບຄືວິວັດການຄົ້ນຫາຮ່າໂນ້ຍ ຜ່ານການລົງຕົວຈິງຫຼາຍຢ່າງ ຜ່ານຫຼາຍສະຖານທີ່ທີ່ມີຫົວຂໍ້ແຕກຕ່າງກັນ. ໃນນັ້ນ, ສະຖານທີ່ຄວາມຊົງຈຳໄດ້ແນະນຳບັນດາມໍລະດົກ, ຖະໜົນເກົ່າ, ສະຖາປັດຕະຍາກຳ ແລະ ໝູ່ບ້ານອາຊີບທີ່ເປັນມູນເຊື້ອ ແລະ ຊີວິດດ້ານວັດນະທະນຳຮ່າໂນ້ຍ ຜ່ານຮູບແບບຈຸດນັດພົບ, ງານວາງສະແດງພາບຖ່າຍ ແລະ ຈິດຕະສາດສິລະປະ. ສະຖານທີ່ເຊື່ອມຕໍ່ແມ່ນບ່ອນບັນດາວິສາຫະກິດທ່ອງທ່ຽວພົບປະ, ແນະນຳບັນດາ tour ໃໝ່, ໂຄງການສົ່ງເສີມ ແລະ ມີໂຣໂມຊັນບຸລິມະສິດຫຼາຍຢ່າງດຶງດູດໃຈໃຫ້ແກ່ແຂກທ່ອງທ່ຽວ.

(ແຫຼ່ງຄັດຈາກ VOV)

ຄວາມ​ໄວ້​ວາງ​ໃຈ​ຕໍ່​ສະ​ພາ​ແຫ່ງ​ຊາດ​ຊຸດ​ໃໝ່

ຄວາມ​ໄວ້​ວາງ​ໃຈ​ຕໍ່​ສະ​ພາ​ແຫ່ງ​ຊາດ​ຊຸດ​ໃໝ່

ຢູ່ບັນດາອົງການຕາງໜ້າ ແລະ ສະມາຄົມຄະນະຊາວຫວຽດນາມອາໄສຢູ່ຝລັ່ງ, ວຽກງານກະກຽມ ແລະ ໂຄສະນາພວມໄດ້ດຳເນີນຢ່າງຮີບດ່ວນ.

Top