• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວ​ເນ​ຊູ​ເອ​ລາ ເຊື່ອ​ໝັ້ນ​ ຫວຽດ​ນາມ ສືບ​ຕໍ່​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ອາ​ຍຸ​ການ​ ຂອງ​ສະ​ພາ​ແຫ່ງ​ຊ​າດ​ຊຸດ​ໃໝ່

ການກະກຽມຢ່າງເຂັ້ມງວດ, ມີຄວາມຮັບຜິດຊອບ ແລະ ໂປ່ງໃສສະແດງໃຫ້ເຫັນວ່າເຫດການການເມືອງສຳຄັນນີ້ສືບຕໍ່ສະແດງໃຫ້ເຫັນກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຢ່າງມີຊີວິດຊີວາ ກໍ່ຄືພື້ນຖານອັນໝັ້ນແກ່ນຂອງລະບົບການເມືອງ ຫວຽດນາມ.
  ທ່ານເອກອັກຄະລັດຖະທູດ ຫວູຈູງມີ ຕ້ອນຮັບທ່ານ Carolus Wimmer ປ.ອ ປະທານ ອົງການມິດຕະພາບ ເວເນຊູເອລາ ຫວຽດນາມ (ພາບ: TTXVN)  

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກກັບສະຖານທູດຫວຽດນາມ ປະຈຳ ເວເນຊູເອລາ ຢູ່ນະຄອນຫຼວງ Caracas, ທ່ານ ປ.ອ Carolus Wimmer ປະທານອົງການມິດຕະພາບ ເວເນຊູເອລາ - ຫວຽດນາມ ໄດ້ສົ່ງຄຳອວຍພອນໄປຍັງພັກ, ລັດ ແລະ ປະຊາຊົນຫວຽດນາມ ເນື່ອງໃນໂອກາດ ຫວຽດນາມພວມກະກຽມຢ່າງລອບຄອບຖີ່ຖ້ວນ ແລະ ລະອຽດໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ໃນວັນທີ 15 ມີນາ.

ທ່ານ ປ.ອ Carolus Wimmer ເນັ້ນໜັກວ່າ ການກະກຽມຢ່າງເຂັ້ມງວດ, ມີຄວາມຮັບຜິດຊອບ ແລະ ໂປ່ງໃສສະແດງໃຫ້ເຫັນວ່າເຫດການການເມືອງສຳຄັນນີ້ສືບຕໍ່ສະແດງໃຫ້ເຫັນກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຢ່າງມີຊີວິດຊີວາ ກໍ່ຄືພື້ນຖານອັນໝັ້ນແກ່ນຂອງລະບົບການເມືອງ ຫວຽດນາມ. ທ່ານ ປ.ອ Carolus Wimmer ສະແດງຄວາມເຊື່ອໝັ້ນວ່າ ການເລືອກຕັ້ງຈະມາເຖິງຈະສືບຕໍ່ເປີດອາຍຸການຂອງສະພາແຫ່ງຊາດຊຸດໃໝ່ທີ່ມີຄວາມຂະຫຍັນຂັນເຄື່ອນ, ປະສິດທິຜົນ, ສືບຖອດ ແລະ ເສີມຂະຫຍາຍຜົນສຳເລັດທີ່ບັນລຸໄດ້, ຜ່ານນັ້ນ ນຳຫວຽດນາມສືບຕໍ່ກ້າວເດີນຢ່າງໝັ້ນແກ່ນບົນເສັ້ນທາງພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນ.

(ແຫຼ່ງຄັດຈາກ VOV)

VITM 2026: ເປີດກວ້າງ​ການ​ເຊື່ອມ​ຈອດ, ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ

VITM 2026: ເປີດກວ້າງ​ການ​ເຊື່ອມ​ຈອດ, ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ

ງານ​ຕະຫຼາດ​ນັດ​ທ່ອງ​ທ່ຽວ​ສາ​ກົນ ຫວຽດ​ນາມ – VITM 2026 ໄດ້​ອັດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 12 ເມ​ສາ, ໂດຍ​ຮັບ​ຮູ້ຫຼາຍ​ໝາກ​ຜົນ​ທີ່​ຕັ້ງ​ໜ້າ, ສືບ​ຕໍ່​ຢັ້ງ​ຢືນ​ຖາ​ນະ​ຕຳ​ແໜ່ງ​ແມ່ນ​ເຫດ​ການ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່​ຂອງ ຫວຽດ​ນາມ

Top