• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄວາມຈຳເປັນໃນການປະຕິຮູບນະໂຍບາຍປະກັນສັງຄົມ

      ຕອນເຊົ້າວັນທີ 29 ພະຈິກ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ໄດ້ສົມທົບກັບອົງການແຮງງານສາກົນ (ILO) ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບການປະຕິຮູບນະໂຍບາຍປະກັນສັງຄົມ - ບົດຮຽນຈາກສາກົນ ແລະ ຂໍ້ສະເໜີແນະໃຫ້ແກ່ຫວຽດນາມ.

(ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ, ກ່າວຄຳເຫັນທີ່ກອງປະຊຸມສຳມະນາ)
      ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ເນັ້ນໜັກວ່າ, ການສ້າງນະໂຍບາຍປະກັນສັງຄົມ ໃຫ້ສົມບູນແບບແມ່ນໜຶ່ງໃນບັນດາມາດຕະການແກ້ໄຂສຳຄັນ ເພື່ອສືບຕໍ່ສ້າງປັບປຸງລະບອບເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມໃຫ້ສົມບູນ, ປະກອບສ່ວນປ່ຽນໃໝ່ຮູບແບບການເຕີບໂຕຂອງຫວຽດນາມ ຮອດປີ 2030… ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ, ສະເໜີວ່າ.
        “ຫຼາຍປະເທດໄດ້ດຳເນີນການປະຕິຮູບປະກັນສັງຄົມ ປະສົບຜົນສຳເລັດ, ແຕ່ກໍ່ມີຫຼາຍປະເທດປະສົບກັບສິ່ງກີດຂວາງ, ຊ້ຳບໍ່ໜຳຖືກປະລາໄຊ. ສະນັ້ນ, ພວກເຮົາຄວນຄົ້ນຄວ້າ ບົດຮຽນຂອງບັນດາປະເທດ ແລະ ເງື່ອນໄຂນຳໃຊ້ຢ່າງລະອຽດ ເພື່ອຖອດຖອນບັນດາບົດຮຽນທີ່ປະສົບຜົນສຳເລັດ. ດ້ວຍບົດບາດເປັນອົງການໄດ້ຮັບມອບໝາຍໜ້າທີ່ເປັນເຈົ້າການສ້າງແຜນຮ່າງກ່ຽວກັບການປະຕິຮູບນະໂຍບາຍປະກັນສັງຄົມ, ຂ້າພະເຈົ້າສະເໜີໃຫ້ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຊີ້ນຳສັງລວມຢ່າງຄົບຖ້ວນ ແລະ ເຂັ້ມງວດເພື່ອຮັບເອົາຄຳເຫັນຂອງຜູ້ແທນ, ສ້າງແຜນຮ່າງໃຫ້ສົບບູນແບບ”.
        ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານຂອງ ILO ສະເໜີຫວຽດນາມ ຄວນເປີດກວ້າງນະໂຍບາຍຮັບປະກັນຊີວິດສັງຄົມໃຫ້ບັນດາຜູ້ເຄື່ອນໄຫວຢູ່ເຂດບໍ່ເປັນທາງການ ຜ່ານການສົມທົບລະຫວ່າງລາຍການທີ່ມີການປະກອບສ່ວນ ແລະ ລາຍການບໍ່ອີງໃສ່ການປະກອບສ່ວນ ເພື່ອມຸ່ງໄປເຖິງການຮັບປະກັນຊີວິດສັງຄົມທົ່ວປວງຊົນ.
 (ແຫຼ່ງຄັດຈາກ VOV)

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top