• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂໍ້ລິເລີ່ມໃໝ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ ຫວຽດນາມ - ສະວິດ

ທີ່ເຫດການ, ບັນດາສະມາຊິກຂອງຄະນະບໍລິຫານງານໄດ້ແບ່ງປັນທັດສະນະ, ບົດຮຽນກ່ຽວກັບແຜນການເຄື່ອນໄຫວ, ລະບຽບການຈົດທະບຽນ, ຮູບແບບຮຽກຮ້ອງການອຸປະຖຳ.
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະວິດ ຟຸ່ງເທລອງ (ພາບເອະສານ: TTXVN)

ວັນທີ 12 ມັງກອນ, ເວທີປາໄສເສດຖະກິດ ຫວຽດນາມ - ສະວິດ ໄດ້ເປີດຕົວຢ່າງເປັນທາງການ ຢູ່ນະຄອນ Zurich, ສະວິດ. ນີ້ແມ່ນຂໍ້ລິເລີ່ມເພື່ອແນໃສ່ຊຸກຍູ້ການຮ່ວມມື, ການປ່ຽນແປງໃໝ່ ແລະ ການເຕີບໂຕແບບຍືນຍົງລະຫວ່າງບັນດາວິສາຫະກິດຂອງ 2 ປະເທດ, ຕາມທິດນຳ “ພ້ອມກັນເພີ່ມພູນຄູນສ້າງໃຫ້ບັນລຸຜົນສຳເລັດ”.   

ທີ່ເຫດການ, ບັນດາສະມາຊິກຂອງຄະນະບໍລິຫານງານໄດ້ແບ່ງປັນທັດສະນະ, ບົດຮຽນກ່ຽວກັບແຜນການເຄື່ອນໄຫວ, ລະບຽບການຈົດທະບຽນ, ຮູບແບບຮຽກຮ້ອງການອຸປະຖຳ, ຫຼັກການການເງິນ, ງົບປະມານເຄື່ອນໄຫວ ແລະ ຍຸດທະສາດຊຸກຍູ້ການໂຄສະນາພາບພົດການພົວພັນລະຫວ່າງ ຫວຽດນາມ - ສະວິດ. ທ່ານນາງ Rachel Isenschmid, ຜູ້ມີປະສົບການຫຼາຍປີໃນການປະຕິບັດງານໃນຂົງເຂດຄຸ້ມຄອງຊັບສິນ ແລະ ຈະຮັບຜິດຊອບພາກສ່ວນປະຊາສຳພັນຂອງເວທີປາໄສເສດຖະກິດ ຫວຽດນາມ - ສະວິດ, ຕີລາຄາວ່າ, ເວທີປາໄສຈະເສີມຂະຫຍາຍກຳລັງແຮງຂອງວົງການນັກປັນຍາຊົນໜຸ່ມ ຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ສະວິດ, ກໍ່ຄືຊຸກຍູ້ບັນດາຄວາມສົນໃຈຂອງວິສາຫະກິດ ແລະ ອົງການຈັດຕັ້ງ ສະວິດ ກັບ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່, ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ແລະ ມະ​ຕິ​ເລກ​ທີ 28 ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ກຳ​ນົດ​ບັນ​ດາ​ແຜນນ​ະ​ໂຍ​ບາຍ, ນະ​ໂຍ​ບາຍ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ.

Top