ຂ່າວສານ
ຂ່າວເດັ່ນ ເລຂາທິການໃຫຍ່,ປະທານປະເທດ ຫງວຽນຝູຈ້ອງ ເປັນປະທານກອງຂອງຄະນະຊີ້ນຳການວາງແຜນພະນັກງານຂັ້ນຍຸດທະສາດ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ການເຮັດວຽກ
ວັນທີ 4 ພະຈິກ, ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ເປັນປະທານກອງປະຊຸມຂອງຄະນະຊີ້ນຳການວາງແຜນພະນັກງານຂັ້ນຍຸດທະສາດອາຍຸການ 2021 – 2026.
ທີ່ກອງປະຊຸມ, ຜູ້ຕາງໜ້າການນຳຄະນະຈັດຕັ້ງສູນກາງໄດ້ປະກາດບັນດາຂໍ້ຕົກລົງຂອງກົມການເມືອງ, ຄະນະເລຂາກ່ຽວກັບການສ້າງຕັ້ງຄະນະຊີ້ນຳວາງແຜນພະນັກງານຂັ້ນຍຸດທະສາດອາຍຸການ 2021 – 2026 ແລະ ໜ່ວຍຊ່ວຍວຽກຂອງຄະນະຊີ້ນຳ.
ກ່າວຄຳເຫັນສະຫລຸບກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ເນັ້ນໜັກວ່າ ວຽກງານການວາງແຜນພະນັກງານ, ພິເສດແມ່ນພະນັກງານຂັ້ນຍຸດທະສາດມີບົດບາດສຳຄັນທີ່ສຸດ, ໂດຍພັກ, ລັດ ຫວຽດນາມ ເອົາໃຈໃສ່ຊີ້ນຳກ່ອນເວລາ ແລະ ດຳເນີນໄປແຕ່ດົນນານມາແລ້ວ, ໄດ້ຮັບການເຕື້ອງເຖິງໃນມະຕິ, ຄຳຊັ່ງຊີ້ນຳຂອງພັກຫຼາຍສະບັບ. ບົນພື້ນຖານບັນດາບົດຮຽນທີ່ຖອດຖອນມາໄດ້ຈາກຊຸດກ່ອນໆ, ວຽກງານການກະກຽມ, ການວາງແຜນພະນັກງານຂັ້ນຍຸດທະສາດໃຫ້ອາຍຸການຈະມາເຖິງໄດ້ດຳເນີນຕາມຂໍ້ຕົກລົງຂອງກົມການເມືອງ, ຄະນະເລຂາ, ຄາດວ່າຈະຍື່ນສະເໜີຕໍ່ຄະນະບໍລິຫານງານສູນກາງພັກ, ທີ່ກອງປະຊຸມຄັ້ງທີ 9 ຈະມາເຖິງ.
(ແຫຼ່ງຄັດຈາກ VOV)