• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂີດໝາຍອັນດີງາມໃນການພົວພັນສອງຝ່າຍ ຫວຽດນາມ - ອາເມລິກາ

ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືການຄ້າແຖວໜ້າ ໃນພາກພື້ນຂອງ ອາເມລິກາ.
ບັນດາຜູ້ແທນຖ່າຍຮູບທີ່ລະນຶກ ທີ່ພິທີ

ດ້ວຍຄວາມຢຶດໝັ້ນ ແລະ ໄວ້ເນື້ອເຊື່ອໃຈ, ຫວຽດນາມ ແລະ ອາເມລິກາ ໄດ້ກາຍເປັນຄູ່ຮ່ວມມືຮອບດ້ານຢ່າງແທດຈິງ, ສ້າງຂີດໝາຍດ້ວຍບັນດາຜົນງານໃນການພັດທະນາການພົວພັນສອງຝ່າຍ. ນັ້ນແມ່ນຄຳເຫັນຂອງທ່ານນາງ ຫງວຽນທິງອັກເຟື້ອງ, ປະທານສະມາຄົມມິດຕະພາບ ຫວຽດນາມ - ອາເມລິກາ ນະຄອນ ໂຮ່ຈີມິນ, ໃນການພົບປະສັງສັນໂດຍສະຫະພັນບັນດາອົງການມິດຕະພາບ ນະຄອນ ໂຮ່ຈີມິນ ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ອາເມລິກາ ທີ່ຈັດຂຶ້ນໃນວັນທີ 12 ກໍລະກົດ, ຢູ່ນະຄອນ ໂຮ່ຈີມິນ. ເຫດການດັ່ງກ່າວເພື່ອແນໃສ່ສະເຫຼີມສະຫຼອງວັນເອກະລາດຂອງ ອາເມລິກາ ຄົບຮອບ 247 ປີ (4/7/1776 – 4/7/2023).      

ທ່ານນາງ ຫງວຽນທິງອັກເຟື້ອງ ໃຫ້ຮູ້ວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືການຄ້າແຖວໜ້າ ໃນພາກພື້ນຂອງ ອາເມລິກາ. ມາຮອດປະຈຸບັນ, ຝ່າຍ ອາເມລິກາ ໄດ້ລົງທຶນຈຳນວນເງິນນັບຕື້ໂດລາສະຫະລັດ ເຂົ້າໃນການກຳຈັດທາດພິດສີສົ້ມ/ດີໂອຊິນ ແລະ ບັນດາບັນຫາທີ່ຍັງຕົກຄ້າງພາຍຫຼັງສົງຄາມ. ຜ່ານນັ້ນ ກໍ່ໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມເພື່ອແນໃສ່ປັບປຸງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ນັບມື້ນັບມີປະສິດທິຜົນ ແລະ ແທດຈິງ.

ສ່ວນທ່ານນາງ Natella Svistunova, ທູດວັດທະນະທຳ - ການສື່ສານ, ສະຖານກົງສູນໃຫຍ່ ອາເມລິກາ ປະຈຳ ນະຄອນໂຮ່ຈີມິນ, ໃຫ້ຮູ້ວ່າ: ປີນີ້, ໄດ້ສະເຫຼີມສະຫຼອງ 10 ປີແຫ່ງວັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ (2013 – 2023), ແລະ ການພັດທະນາສອງຝ່າຍແມ່ນພື້ນຖານເພື່ອໃຫ້ສອງປະເທດຍູ້ແຮງການຮ່ວມມື, ພ້ອມກັນແກ້ໄຂບັນດາບັນຫາທົ່ວໂລກ ເພື່ອການພັດທະນາຂອງສອງປະເທດໃນອະນາຄົດ.

(ແຫຼ່ງຄັດຈາກ VOV)

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່​ອຸ​ດົມ​ສົມ​ບູນ ແລະ ແທ້​ຈິງ, ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ສ້າງ​ຂີດ​ໝາຍ​ຢ່າງ​ເລິກ​ເຊິ່ງ, ແມ່ນ​ຂີດ​ໝາຍ​ເປີດ​ພາກ​ພັດ​ທະ​ນາ​ໃໝ່​ເຕັມ​ໄປ​ດ້ວຍ​ແງ່​ຫວັງ​ໃນ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ກັບ​ແດນ​ມາກ, EU ແລະ ແບນ​ຊິກ.

Top