ຢູ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງບັນດາຜົນສຳເລັດ, ໝາກຜົນສຳຄັນເຊິ່ງຂະແໜງທະນາຄານບັນລຸໄດ້, ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດໃນການພັດທະນາເສດຖະກິດ ສັງຄົມລວມຂອງປະເທດ ບໍ່ພຽງແຕ່ໃນປີ 2025 ເທົ່ານັ້ນຫາກຍັງໃນທົ່ວໄລຍະ 2021 – 2025 ອີກດ້ວຍ. ປີ 2026 ແລະ ໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຂະແໜງທະນາຄານສືບຕໍ່ມີນະໂຍບາຍທີ່ມີໄຫວພິບ, ການບໍລິຫານທີ່ສົມເຫດສົມຜົນ, ນຳໜ້າໃນແນວຮົບເສດຖະກິດ, ພິເສດແມ່ນການຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ສ້າງພື້ນຖານໃຫ້ແກ່ການພັດທະນາໂດຍໄວ ແລະ ຍືນຍົງ.
ທຸກການເຄື່ອນໄຫວຂອງທະນາຄານຕ້ອງປ່ຽນແປງໃໝ່, ບຸກທະລຸ, ປະກອບສ່ວນປະຕິບັດສະເໝີຕົ້ນສະເໝີປາຍເປົ້າໝາຍຮັກສາເສດຖະກິດມະຫາພາກຢ່າງເປັນປົກກະຕິ, ຄວບຄຸມໄພເງິນເຟີ, ຊຸກຍູ້ການເຕີບໂຕ, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ. ຂະແໜງທະນາຄານຕ້ອງອີງຕາມສະພາບການລະອຽດເພື່ອບໍລິຫານໃຫ້ເປັນຢ່າງດີທີ່ສຸດ ແລະ ຖືນີ້ແມ່ນເປົ້າໝາຍ, ໜ້າທີ່ສຳຄັນທີ່ສຸດຂອງທະນາຄານແຫ່ງລັດ ແລະ ທົ່ວຂະແໜງທະນາຄານໃນປີ 2026.







