ຂ່າວສານ

ຂະ​ແໜງ​ທະ​ນາ​ຄານ​ນຳ​ໜ້າໃນ​ແນວ​ຮົບ​ເສດ​ຖະ​ກິດ

ຕອນເຊົ້າວັນທີ 31 ທັນວາ, ຢູ່ຮ່າໂນ້ຍ, ທະນາຄານແຫ່ງລັດ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບປີ 2025 ແລະ ຜັນຂະຫຍາຍໜ້າທີ່ອາຍຸການ 2021 – 2025, ຜັນຂະຫຍາຍໜ້າທີ່ຂະແໜງທະນາຄານປີ 2026.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມ (ພາບ: VOV1)

ຢູ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງບັນດາຜົນສຳເລັດ, ໝາກຜົນສຳຄັນເຊິ່ງຂະແໜງທະນາຄານບັນລຸໄດ້, ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດໃນການພັດທະນາເສດຖະກິດ ສັງຄົມລວມຂອງປະເທດ ບໍ່ພຽງແຕ່ໃນປີ 2025 ເທົ່ານັ້ນຫາກຍັງໃນທົ່ວໄລຍະ 2021 – 2025 ອີກດ້ວຍ. ປີ 2026 ແລະ ໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຂະແໜງທະນາຄານສືບຕໍ່ມີນະໂຍບາຍທີ່ມີໄຫວພິບ, ການບໍລິຫານທີ່ສົມເຫດສົມຜົນ, ນຳໜ້າໃນແນວຮົບເສດຖະກິດ, ພິເສດແມ່ນການຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ສ້າງພື້ນຖານໃຫ້ແກ່ການພັດທະນາໂດຍໄວ ແລະ ຍືນຍົງ.

ທຸກການເຄື່ອນໄຫວຂອງທະນາຄານຕ້ອງປ່ຽນແປງໃໝ່, ບຸກທະລຸ, ປະກອບສ່ວນປະຕິບັດສະເໝີຕົ້ນສະເໝີປາຍເປົ້າໝາຍຮັກສາເສດຖະກິດມະຫາພາກຢ່າງເປັນປົກກະຕິ, ຄວບຄຸມໄພເງິນເຟີ, ຊຸກຍູ້ການເຕີບໂຕ, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ. ຂະແໜງທະນາຄານຕ້ອງອີງຕາມສະພາບການລະອຽດເພື່ອບໍລິຫານໃຫ້ເປັນຢ່າງດີທີ່ສຸດ ແລະ ຖືນີ້ແມ່ນເປົ້າໝາຍ, ໜ້າທີ່ສຳຄັນທີ່ສຸດຂອງທະນາຄານແຫ່ງລັດ ແລະ ທົ່ວຂະແໜງທະນາຄານໃນປີ 2026.


top