• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂະແໜງສ່ວຍສາອາກອນຍູ້ແຮງການຫັນເປັນດີຈີຕອນ ເພື່ອໜູນຊ່ວຍວິສາຫະກິດ ແລະ ປະຊາຊົນ

ຕາມກົມໃຫຍ່ພາສີ ແລ້ວ, ມາຮອດປະຈຸບບັນ, ລະບົບແຈ້ງພາສີເອເລັກໂຕນິກໄດ້ຮັບການຜັນຂະຫຍາຍຢູ່ທັງໝົດ 63 ແຂວງ, ນະຄອນ ກໍຄື ສາຂາສ່ວຍສາອາກອນຂຶ້ນກັບແຂວງນະຄອນແມ່ນ 100%.
ໂປຼແກຼມພາສີເອເລັກໂຕນິກ. (ພາບປະກອບ: vneconomy.vn)

ໂດຍປະຕິບັດຍຸດທະສາດພັດທະນາລັດຖະບານເອເລັກໂຕນິກ ມຸ່ງໄປເຖິງລັດຖະບານດີຈີຕອນໄລຍະ 2021 – 2025, ກຳນົດທິດຮອດປີ 2030, ໃນໄລຍະຜ່ານມາ, ຂະແໜງສ່ວຍສາອາກອນ ໄດ້ເປັນເຈົ້າການ ແລະ ຕັ້ງໜ້າປະຕິບັດການຫັນເປັນດີຈີຕອນ ຜ່ານຫຼາຍແຜນຮ່າງຄື ຍູ້ແຮງການຄ້າເອເລັກໂຕນິກ, ສ້າງໂຄງປະກອບລະບົບເຕັກໂນໂລຊີຂໍ້ມູນຄືນໃໝ່, ການນຳໃຊ້ເຕັກໂນໂລຊີໃນການຄຸ້ມຄອງພາສີ, ສະໜອງການບໍລິການໜູນຊ່ວຍຜູ້ເສຍພາສີອາກອນ… ຄືນໃໝ່. ຄວາມມານະພະຍາຍາມໃນການຫັນເປັນດີຈີຕອນຂອງຂະແໜງພາສີ ບັນລຸໄດ້ບາດກ້າວຕັ້ງໜ້າໃນເບື້ອງຕົ້ນ, ເຊິ່ງໄດ້ຮັບການຕີລາຄາສູງຈາກປະຊາຄົມວິສາຫະກິດ ແລະ ຜູ້ເສຍພາສີອາກອນ.

        ຕາມກົມໃຫຍ່ພາສີ ແລ້ວ, ມາຮອດປະຈຸບບັນ, ລະບົບແຈ້ງພາສີເອເລັກໂຕນິກໄດ້ຮັບການຜັນຂະຫຍາຍຢູ່ທັງໝົດ 63 ແຂວງ, ນະຄອນ ກໍຄື ສາຂາສ່ວຍສາອາກອນຂຶ້ນກັບແຂວງນະຄອນແມ່ນ 100%. ຕົວເລກສຳເນົາເອກະສານແຈ້ງພາສີເອເລັກໂຕນິກ ຂອງອົງການພາສີທຸກຂັ້ນໄດ້ຮັບເອົາບັນລຸສຳເນົາເອະສານເກືອບ 13 ລ້ານຊຸດ.

        ບໍ່ພຽງແຕ່ຢຸດຢູ່ເລື່ອງແຈ້ງພາສີ, ເສຍພາສີເທົ່ານັ້ນ, ຂະແໜງສ່ວຍສາອາກອນ ຍັງຜັນຫຍາຍແຜນຮ່າງທົດລອງໃບບິນເອກເລັກໂຕນິກ, ພ້ອມກັນນັ້ນ ກໍຜັນຂະຫຍາຍບັນດາການບໍລິການແຈ້ງ, ເສຍພາສີິສະຫງວນໃຫ້ແກ່ສ່ວນບຸກຄົນ; ສະໜອງບັນດາລະບຽບການບໍລິຫານ ກ່ຽວກັບພາສີຢູ່ປະຕູຖານຂໍ້ມູນເອເລັກໂຕນິກແຫ່ງຊາດ…ອີກດ້ວຍ.  ກົມໃຫຍ່ພາສີ ພວມຕັ້ງໜ້າສ້າງໂປຼແກຼມໃຫ້ແກ່ອຸປະກອນມືຖື (Etax-mobile) ໃຫ້ສົມບູນແບບ. ມາຮອດຈຸດເວລານີ້, ໂປຼແກຼມໄດ້ເຊື່ອມຕໍ່ກັບທະນາຄານການຄ້າ 7 ແຫ່ງເພື່ອສະໜອງການບໍລິການເສຍພາສີເອເລັກໂຕນິກ. ຜ່ານນັ້ນ, ວິສາຫະກິດ, ຜູ້ເສຍພາສີສາມາດແຈ້ງ, ເສຍພາສີຢ່າງມີໄຫວພິບ. ທ່ານນາງ ຫວູຮ່ວາງຖຸຍ, ບໍລິສັດຫຸ້ນສ່ວນການບໍລິການການຄ້າ ແລະ ລົງທຶນ ຊາວຖຸຍ ຈຳກັດ (ຮ່າໂນ້ຍ), ໃຫ້ຂໍ້ສັງເກດວ່າ:

        “ໃນສະພາບເກີດໂລກລະບາດໂຄວິດ-19, ພວກຂ້າພະເຈົ້າສາມາດແຈ້ງບັນດາບັນຫາ ກ່ຽວກັບພາສີໃຫ້ແກ່ສ່ວນບຸກຄົນໃນໂປຼແກຼມ ຢ່າງສະດວກ ແລະ ງ່າຍກວ່າຫຼາຍ ເມື່ອທຽບໃສ່ຊຸມປີກ່ອນ. ພວກຂ້າພະເຈົ້າສາມາດເຮັດໂດຍກົງໃນ ໂປຼແກຼມ, ຫາກບໍ່ຕ້ອງມາຫາອົງການພາສີອາກອນຄືໃນເມື່ອກ່ອນອີກ”.

        ທ່ານນາງ ມາຍໂຕແອັງ, ຜູ້ອຳນວຍການບໍລິສັດບຳລຸງສ້າງທັກສະຊີວິດ ແລະ ພັດທະນາຈິນຕະນາການ Wedo-Wegood ຈຳກັດ, ໃຫ້ຮູ້ວ່າ:

        “ພວກຂ້າພະເຂົ້າມີຄວາມອຸ່ນອຽນໃຈທີ່ສຸດ ຕໍ່ການແຈ້ງພາສີ, ການເສຍພາສີ, ຕໍ່ກຳນົດເວລາເສຍພາສີທາງເອເລັກໂຕນິກ. ເມື່ອຂະແໜງດສ່ວຍສາອາກອນໄດ້ໜູນຊ່ວຍພວກຂ້າພະເຈົ້າ ສຳເລັດພັນທະພາສີຢ່າງໄວ, ສະດວກ, ປະຢັດເວລາ, ລາຍຈ່າຍ, ມີຄວາມຊັດເຈນ ແລະ ຈະແຈ້ງກວ່າຫຼາຍກໍ່ເຮັດໃຫ້ພວມຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດ.”

        ໂດຍບໍ່ພໍໃຈກັບຜົນງານທີ່ບັນລຸໄດ້ນັ້ນ, ກົມໃຫຍ່ພາສີ ຍັງສືບຕໍ່ຍູ້ໄວຄວາມຄືບໜ້າໃນການຜັນຂະຫຍາຍ ແລະ ເປີດກວ້າງການໜູນຊ່ວຍຜູ້ເສຍພາສີ ແມ່ນສ່ວນບຸກຄົນປະຕິບັດບັນດາການບໍລິການເອເລັກໂຕນິກ. ທ່ານ ລຶວງວຽນຈິ, ຮອງຫົວໜ້າກົມເຕັກໂນໂລຊີຂໍ້ມູນ - ກົມໃຫຍ່ພາສີ ໃຫ້ຮູ້ວ່າ ຍຸດທະສາດຫັນເປັນດີຈີຕອນ ຂອງຂະແໜງສ່ວຍສາອາກອນ ບໍ່ພຽງແຕ່ສຸມໃສ່ດ້ານຈຳນວນມາດຕະການແກ້ໄຂເທົ່ານັ້ນ, ຫາກຍັງເອົາໃຈໃສ່ບັນຫາຄຸນນະພາບ ແລະ ບັນດາຜົນປະໂຫຍດ, ນຳມາເຊິ່ງພຶດຕິກຳຕົວຈິງດີກວ່າ ໃຫ້ແກ່ຜູ້ເສຍພາສີ ແລະ ສຳຄັນທີ່ສຸດແມ່ນປະສິດທິຜົນການບໍລິການ. ທ່ານ ລຶວງວຽນຈິ ຢືນຢັນວ່າ:

        “ກົມໃຫຍ່ພາສີ ບໍ່ໄດ້ສຸມໃສ່ດ້ານຈຳນວນເກີນໄປ, ຫາກສຸມໃສ່ຄຸນນະພາບການບໍລິການ ແລະ ຍູ້ແຮງບັນດາການບໍລິການ ທີ່ນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງ. ໜຶ່ງໃນບັນດາເນື້ອໃນຍຸດທະສາດ, ຈຸດສຸມຂອງຂະແໜງສ່ວຍສາອາກອນໃນໄລຍະຈະມາເຖິງ ແມ່ນສຸມໃສ່ຜັນຂະຫຍາຍລະບົບໃບບິນເອເລັກໂຕນິກ ຢູ່ປະຕູຖານຂໍ້ມູນເອເລັກໂຕນິກແຫ່ງຊາດ ເພື່ອແນໃສ່ໜູນຊ່ວຍຜູ້ເສຍພາສີ ໃນການຫຼຸດຜ່ອນລາຍຈ່າຍຄຸ້ມຄອງການເຄື່ອນໄຫວດ້ານພາສີ. ນອກນັ້ນ, ກົມໃຫຍ່ພາສີ ຍັງໄດ້ສະໜອງໂປຼແກຼມພາສີເອເລັກໂຕນິກສະບັບຕົ້ນ ສະຫງວນໃຫ້ຜູ້ເສຍພາສີເຊິ່ງແມ່ນສ່ວນບຸກຄົນທາງອຸປະກອນມືຖື ເພື່ອສະໜອງການນຳໃຊ້ເປັນຢ່າງດີກວ່າ ໃຫ້ແກ່ຜູ້ເສຍພາສີສ່ວນບຸກຄົນ, ຊ່ວຍໃຫ້ເຂົາເຈົ້າສາມາດປະຕິບັດບັນດາລະບຽບການບໍລິຫານດ້ານພາສີ, ຊອກຫາຂໍ້ມູນພັນທະເສຍພາສີ, ຮັບບັນດາຂໍ້ມູນຈາກອົງການສວຍສາອາກອນອີກດ້ວຍ”.

        ຕາມແຜນການແລ້ວ, ຮອດທ້າຍປີ 2021 ນີ້, ກົມໃຫຍ່ສ່ວຍສາອາກອນ ຈະຈັດການລວບລວມການບໍລິການທາງອອນລາຍ 100% ກັບປະຕູຖານຂໍ້້ມູນເອ ເລັກໂຕນິກແຫ່ງຊາດ ລະດັບ 3, ລະດັບ 4. ນີ້ຈະແມ່ນບາດກ້າວຄືບໜ້າໃນວິວັດການຫັນເປັນດີຈີຕອນຂອງຂະແໜງສ່ວຍສາອາກອນ, ອັນໄດ້ຕອບສະໜອງຄວາມຮຽກຮ້ອງຫັນເປັນດີຈີຕອນ ແລະ ຫັນປ່ຽນພື້ນຖານເສດຖະກິດເປັນດີຈີຕອນຂອງພື້ນຖານເສດຖະກິດ.

(ແຫຼ່ງຄັດຈາກ VOV)
 

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top