• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂະແໜງພາສີ ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມຫົວໜ້າກົມໃຫຍ່ພາສີ ASEM ຄັ້ງທີ 13

      ໂດຍປະຕິບັດຕາມພັນທະຂອງສະມາຊິກໃນຂອບເຂດເວທີປາໄສ ການຮ່ວມມືອາຊີ - ເອີລົບ (ASEM), ກົມໃຫຍ່ພາສີ ຫວຽດນາມຈະເປັນເຈົ້າພາບຈັດຕັ້ງກອງປະຊຸມຫົວໜ້າກົມໃຫຍ່ພາສີ ASEM ຄັ້ງທີ 13 ຢູ່ ຫວຽດນາມ. ກອງປະຊຸມຈະຈັດຕັ້ງໃນລະຫວ່າງ ວັນທີ 9 – 10 ຕຸລາ 2019 ຢູ່ນະຄອນ ຮະລອງ, ແຂວງ ກ໋ວາງນິງ.

ການຖະແຫຼງຂ່າວກ່ຽວກັບກອງປະຊຸມຫົວໜ້າກົມໃຫຍ່ພາສີ ASEM ຄັ້ງທີ 13 (ພາບ: Dangcongsan.vn)
      ກອງປະຊຸມສຳມະນາມີຄະນະຜູ້ແທນ ເຂົ້າຮ່ວມ 53 ຄະນະ ຊຶ່ງແມ່ນບັນດາຫົວໜ້າກົມໃຫຍ່, ຂ້າຫຼວງໃຫຍ່ບັນດາອົງການພາສີຂອງບັນດາປະເທດ ສະມາຊິກ ASEM, ເລຂາທິການໃຫຍ່ອົງການຈັດຕັ້ງພາສີໂລກ, ສະຫະພາບເອີລົບ ແລະ ຜູ້ຕາງໜ້າສະຖານທູດບັນດາປະເທດ ສະມາຊິກ ASEM ປະຈຳ ຫວຽດນາມ. ເວທີປາໄສ ASEM ໄດ້ສົນທະນາ 3 ເສົາຄ້ຳ ການເມືອງ, ຄວາມໝັ້ນຄົງ - ເສດຖະກິດ ແລະ ວັດທະນະທຳສັງຄົມ ແລະ ການຮ່ວມມືດ້ານພາສີໃນເວທີປາໄສ ASEMແມ່ນນອນໃນວິວັດທະນາການສົນທະນາດ້ານຄວາມໝັ້ນຄົງ - ເສດຖະກິດດ້ວຍບຸລິມະສິດຕົ້ນຕໍແມ່ນເພີ່ມເຕີມ ແລະ ເພີ່ມທະວີການປະຕິບັດລະບົບການຄ້າຫຼາຍຝ່າຍໃນ WTO.
        ພ້ອມກັບຈິດໃຈຍູ້ແຮງ ແລະ ຍົກສູງລະດັບການພົວພັນຫຼາຍຝ່າຍ, ເລື່ອງ ຫວຽດນາມເປັນເຈົ້າພາບກອງປະຊຸມສຳມະນາຫົວໜ້າກົມໃຫຍ່ພາສີ ສົນທະນາ ເພື່ອແນໃສ່ຢັ້ງຢືນຄວາມເປັນເຈົ້າການປະກອບສ່ວນເຂົ້າການກຳນົດທິດໃຫ້ແກ່ການເຄື່ອນໄຫວຮ່ວມມືພາສີອາຊີ - ເອີລົບ, ປະກອບສ່ວນສ້າງຄວາມເຊື່ອມຕໍ່ ແລະ ການຮ່ວມມືພາກພື້ນຂົງເຂດພາສີໃນສະພາບການປະຕິວັດອຸສາຫະກຳ 4.0…
 (ແຫຼ່ງຄັດຈາກ VOV)

UNESCO ຮັບ​ຮອງກຸ່ມ​ເຂດ​ອະ​ນຸ​ສອນ​ສະ​ຖານ ແລະ ທັດ​ສະ​ນີ​ຍະ​ພາບ ອຽນ​ຕື໋ - ຫວິງ​ງຽມ​, ກົນ​ເຊີນ, ກຽບ​ບາກ ເປັນ​ມໍ​ລະ​ດົກ​ວັດ​ທະ​ນ​ະ​ທຳ​ໂລກ

UNESCO ຮັບ​ຮອງກຸ່ມ​ເຂດ​ອະ​ນຸ​ສອນ​ສະ​ຖານ ແລະ ທັດ​ສະ​ນີ​ຍະ​ພາບ ອຽນ​ຕື໋ - ຫວິງ​ງຽມ​, ກົນ​ເຊີນ, ກຽບ​ບາກ ເປັນ​ມໍ​ລະ​ດົກ​ວັດ​ທະ​ນ​ະ​ທຳ​ໂລກ

ກຸ່ມເຂດອະນຸສອນສະຖານ ແລະ ທັດສະນີຍະພາບ ອຽນຕື - ຫວິງງຽມ, ກົນເຊີນ, ກຽບບາກ ນອນຢູ່ບັນດາແຂວງ ກວາງນິງ, ບັກນິງ ແລະ ນະຄອນ ຫາຍຟ່ອງ ດ້ວຍຖືເອົາສາສະໜາພຸດ ນິກາຍ ຈຸກເລີມ ເປັນແກ່ນສານ - ໄດ້ຮັບການສ້າງຕັ້ງຂຶ້ນໃນສະຕະວັດທີ XIII ໂດຍບັນດາເຈົ້າຊີວິດຂອງລາດຊະວົງ ເຈິ່ນ.

Top