• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂະແໜງນ້ຳມັນອາຍແກັສໃນວິໄສທັດໃໝ່ກ່ຽວກັບຍຸດທະສາດທະເລ

      ທີ່ກອງປະຊຸມຄັ້ງທີ 8, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 12 ສະຫລຸບ 10 ປີແຫ່ງການປະຕິບັດມະຕິສູນກາງພັກຄັ້ງທີ 4 ຊຸດທີ 10 ກ່ຽວກັບຍຸດທະສາດທະເລເຖິງປີ 2020.

ກອງປະຊຸມຂອງຂະແໜງນ້ຳມັນອາຍແກັສ
      ຂະແໜງນ້ຳມັນອາຍແກັສໃນວິໄສທັດໃໝ່ກ່ຽວກັບຍຸດທະສາດທະເລ - ນີ້ແມ່ນຫົວຂໍ້ຂອງການໂອ້ລົມສົນທະນາໂດຍ ໜັງສືພິມຜູ້ແທນ ປະຊາຊົນຈັດຕັ້ງໃນວັນທີ 28 ຕຸລາ, ຢູ່ຮ່າໂນ້ຍ. ທີ່ການໂອ້ລົມສົນທະນາ, ມີຫຼາຍເນື້ອໃນໂດຍບັນດາສະມາຊິກສະພາແຫ່ງຊາດ ແລະ ນັກຊ່ຽວຊານວາງອອກ, ໃນນັ້ນມີຜົນກະທົບຂອງການປະຕິວັດຄັ້ງທີ 4 ຕໍ່ການພັດທະນາຂອງຂະແໜງນ້ຳມັນອາຍແກັສ, ແຫຼ່ງຊັບພະຍາກອນມະນຸດ, ບົດບາດຂອງຂະແໜງນ້ຳມັນອາຍແກັສ ໃນການພັດທະນາເສດຖະກິດທະເລ.
        ທີ່ກອງປະຊຸມຄັ້ງທີ 8, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 12 ສະຫລຸບ 10 ປີແຫ່ງການປະຕິບັດມະຕິສູນກາງພັກຄັ້ງທີ 4 ຊຸດທີ 10 ກ່ຽວກັບຍຸດທະສາດທະເລເຖິງປີ 2020. ທີ່ກອງປະຊຸມ, ຄະນະບໍລິຫານງານສູນກາງພັກ ກໍ່ໄດ້ຮັບຮອງເອົາບັນດາເນື້ອໃນພື້ນຖານຂອງມະຕິສະບັບໃໝ່ ກ່ຽວກັບຍຸດທະສາດພັດທະນາເສດຖະກິດແບບຍືນຍົງຮອດປີ2030, ວິໄສທັດຮອດປີ 2045. ຕາມເນື້ອໃນຈິດໃຈຂອງມະຕິ, ການຂຸດຄົ້ນນ້ຳມັນອາຍແກັສ ແລະ ບັນດາຊັບພະຍາກອນ ທະເລອື່ນໆ ຖືກຈັດອັນດັບທີ 3 ໃນບັນດາບຸລິມະສິດພັດທະນາຂອງຂະແໜງເສດຖະກິດທະເລ. ທ່ານ ໂງເຈື່ອງຊານ, ປະທານສະມາຄົມນ້ຳມັນອາຍແກັສ ຫວຽດນາມ, ຖືວ່າ:
        “3 ເນື້ອໃນຂອງຂະແໜງນ້ຳມັນອາຍແກັສ ນັ້ນແມ່ນ: ສ້າງໂຄງສ້າງຄືນໃໝ່, ສ້າງໂຄງປະກອບ ກ່ຽວກັບຍຸດທະສາດຜະລິດຕະພັນຄືນໃໝ່, ປ່ຽນໃໝ່ເຕັກໂນໂລຊີ. ພື້ນຖານການຄົ້ນຄ້ວາຂອງນ້ຳມັນອາຍແກັສບໍ່ທັນຕອບສະໜອງບັນດາການຄົ້ນຄ້ວາ ແລະ ໝູນໃຊ້ຂອງການປະຕິວັດອຸດສາຫະກຳ 4.0 ເຂົ້າໃນການເຄື່ອນໄຫວດຳເນີນທຸລະກິດຂອງຂະແໜງນ້ຳມັນອາຍແກັສ, ພື້ນຖານດ້ານວັດຖຸບໍ່ຮັບປະກັນ. ທີສາມແມ່ນເຕັກໂນໂລຊີ - ບັນຫາຍາກທີ່ສຸດຂອງຂະແໜງນ້ຳມັນອາຍແກັສ ໃນປະຈຸບັນແມ່ນເພື່ອນຳໃຊ້ຊັບພະຍາກອນນ້ຳມັນອາຍແກັສ ນັ້ນແມ່ນບັນຫາ CO2 ຢ່າງມີປະສິດທິຜົນ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຈະ​ຈັດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສີ​ຂຽ​ວ (GEF) 2023

ຫວຽດ​ນາມ ຈະ​ຈັດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສີ​ຂຽ​ວ (GEF) 2023

ວັນທີ 2 ພະຈິກຈະມາເຖິງ, ຢູ່ຮ່າໂນ້ຍ ສະມາຄົມວິສາຫະກິດ ເອີລົບປະຈຳ ຫວຽດນາມ (EuroCham ຫວຽດນາມ) ຈະຈັດເວທີປາໄສເສດຖະກິດສີຂຽວ (GEF) 2023.

Top