• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂະແໜງທ່ອງທ່ຽວ ດ່າໜັງ ຊອກຫາວິທີຜ່ານຜ່າຄວາມຫຍຸ້ງຍາກໃນໄລຍະເກີດໂລກລະບາດ

ນະຄອນ ດ່າໜັງ ແມ່ນໜຶ່ງໃນບັນດາສູນທ່ອງທ່ຽວຂອງທົ່ວປະເທດ ຫວຽດນາມ. ປັດຈຸບັນ, ຂະແໜງທ່ອງທ່ຽວ ດ່າໜັງ ພວມຖືກຜົນກະທົບບໍ່ດີ ຕໍ່ໜ້າສະພາບໂລກລະບາດ Covid-19. ຄາດຄະເນວ່າ, ບັນດາວິສາຫະກິດທ່ອງທ່ຽວ, ບັນດາຮາກຖານດຳເນີນທຸລະກິດ, ບໍລິການທ່ອງທ່ຽວ, ການຂົນສົ່ງ…ໃນບໍລິເວນ ດ່າໜັງ ເສຍຫາຍປະມານ 680 ຕື້ດົ່ງ. 

ພາບປະກອບ/ dangcongsan.vn

ທ່ານ ດ່ວານຫາຍດັງ, ຜູ້ອຳນວຍການບໍລິສັດຫຸ້ນສ່ວນການທ່ອງທ່ຽວ ແລະ ສຳພັດຄົມມະນາຄົມຂົນສົ່ງ ຫວຽດນາມ ສາຂາ ດ່ານັງ ໃຫ້ຮູ້ວ່າ: ກ່ອນອື່ນໝົດ ຄວນສຸມໃສ່ປ້ອງກັນ, ຕ້ານໂລກລະບາດເປັນຕົ້ນຕໍ, ຈາກນັ້ນຈະຍູ້ແຮງການໂຄສະນາ ດ່າໜັງ ແມ່ນສະຖານທີ່ປອດໄພ, ສ້າງຄວາມອຸ່ນອ່ຽນໃຈໃຫ້ແກ່ແຂກທ່ອງທ່ຽວ.

        ປັດຈຸບັນ, ສະຫະສະມາຄົມທ່ອງທ່ຽວ ຫວຽດນາມ ໄດ້ສ້າງຕັ້ງສະຫະພັນກະຕຸກຊຸກຍູ້ການອຸປະສົງແຫ່ງຊາດ, ເລີ່ມຈາກ 4 ທ້ອງຖິ່ນທີ່ຍັງບໍ່ທັນຖືກຜົນສະທ້ອນຈາກໂລກລະບາດ Covid-19 ແມ່ນແຂວງ ດັກລັກ - ຢາລາຍ - ບິ່ງດິງ - ຝູອຽນ, ຕໍ່ໄປຈະແມ່ນກຸ່ມທ້ອງຖິ່ນ ເທື່ອທຽນເຫວ້ - ດ່າໜັງ - ກວາງນາມ. ຕາມທ່ານ ກາວຈິ໊ຢຸງ, ປະທານສະຫະສະມາຄົມທ່ອງທ່ຽວນະຄອນ ດ່າໜັງ ແລ້ວ, ຈາກການຮ່ວມສຳພັນນີ້ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈນຳຂະແໜງທ່ອງທ່ຽວຂອງທ້ອງຖິ່ນຜ່ານຜ່າໄລຍະຫຍຸ້ງຍາກ, ດ່າໜັງ ຈະມີໂອກາດໃຫຍ່ຫລວງ ເພື່ອດຶງດູດແຫຼ່ງແຂກທ່ອງທ່ຽວກັບມາ. ທ່ານ ກາວຈິ໊ຢຸງ ໃຫ້ຮູ້ວ່າ:

        “ລັດຖະບານໄດ້ມີແຜນນະໂຍບາຍຍົກເວັ້ນ ແລະ ຫລຸດຄ່າທຳນຽມເຮັດ ວິຊາ ໃຫ້ແກ່ບາງຕະຫລາດຕົ້ນຕໍ; ໜູນຊ່ວຍສົ່ງເສີມເຂົ້າບັນດາຕະຫລາດໃຫຍ່ ເພື່ອຟື້ນຟູແຫຼ່ງແຂກທ່ອງທ່ຽວ; ສ້າງບັນດາຜະລິດຕະພັນທ່ອງທ່ຽວໃໝ່ໃຫ້ນະຄອນ ດ່າໜັງ. ດ້ວຍສັນຍານເປັນໜ້າປະເອີບໃຈນັ້ນ, ຫວັງວ່າ ປະຊາຄົມວິສາຫະກິດຈະຜ່ານຜ່າຄວາມຫຍຸ້ງຍາກໄດ້.

        ໃນໄລຍະຈະມາເຖິງ, ດ່າໜັງ ຈະເປີດສາຍການບິນສາກົນໃໝ່ໄປຍັງ ລາວ, ລັດເຊຍ ແລະ ອິນເດຍ, ສ້າງກາລະໂອກາດສົ່ງເສີມ, ໂຄສະນາຢູ່ບັນດາຕະຫລາດໃໝ່ ແລະ ມີຄວາມສາມາດບົ່ມຊ້ອນ.

 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top