• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກ​ານ​ເຈ​ລະ​ຈາ ຢູ່ Bonn (ເຢຍ​ລະ​ມັນ) ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ COP29

ນັບແຕ່ວັນທີ 3 ມິຖຸນາ, ກອງປະຊຸມກະກຽມໃຫ້ແກ່ກອງປະຊຸມຄັ້ງທີ 29 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ ຂອງສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP29) ເລີ່ມດຳເນີນຢູ່ນະຄອນ Bonn, ເຢຍລະມັນ.
ກອງປະຊຸມດິນຟ້າອາກາດ ຢູ່ Bonn, ເຢຍລະມັນ (ພາບ: Euronews)

ໃນສອງອາທິດ, ມີຜູ້ແທນເກືອບ 6000 ຄົນ ມາຈາກບັນດາປະເທດເກືອບທັງໝົດໃນທົ່ວໂລກ ຈະເຂົ້າຮ່ວມບັນດາການເຈລະຈາສຳຄັນ ເພື່ອແນໃສ່ນຳຜົນສຳເລັດອັນດີງາມມາໃຫ້ກອງປະຊຸມ COP29 ຢູ່ Baku (ອາເຊັກໄບຊານ) ໃນທ້າຍປີ 2024. ໜຶ່ງໃນບັນດາບັນຫາຫຼັກໃນກອງປະຊຸມຄັ້ງນີ້ແມ່ນ ການເງິນດ້ານດິນຟ້າອາກາດ. ນັບແຕ່ປີ 2009, ບັນດາປະເທດອຸດສາຫະກຳ ໄດ້ໃຫ້ຄຳໝັ້ນສັນຍາ ໜູນຊ່ວຍ 100 ຕື້ USD/ປີ ໃຫ້ແກ່ບັນດາປະເທດທຸກຍາກ. ຄຳໝັ້ນສັນຍານີ້ ໄດ້ກຳນົດໃນຂໍ້ຕົກລົງ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ໃນປີ 2015, ແກ່ຍາວຮອດປີ 2025.

ຕາມນັກຊ່ຽວຊານການເງິນດ້ານດິນຟ້າອາກາດ Bertha Argueta ຂອງອົງການ Germanwatch ແລ້ວ, ບັນດາການເຈລະຈາຢູ່ Bonn ມີຄວາມສຳຄັນພິເສດໃນປີນີ້. ເວລາແມ່ນສິ່ງຈຳເປັນ, ບັນດາປະເທດບໍ່ສາມາດພາດໄດ້ທຸກຄຳຖາມເປີດໃຫ້ແກ່ກອງປະຊຸມ COP29 ຈະມາເຖິງ..

(ແຫຼ່ງຄັດຈາກ VOV)

ເປີດສະຫຼອງສະໜາມຫຼວງ ໂຮ່ຈີມິນ ຢູ່ St. Petersburg

ເປີດສະຫຼອງສະໜາມຫຼວງ ໂຮ່ຈີມິນ ຢູ່ St. Petersburg

ພິທີເປີດສະຫຼອງແມ່ນການສືບທອດມູນເຊື້ອມິດຕະພາບລະຫວ່າງ 2 ປະເທດ, 2 ຊາດ, ແມ່ນສັນຍາລັກໃຫ້ແກ່ການສືບທອດຂອງຄົນລຸ່ນຕ່າງໆ, ໃຫ້ແກ່ການກຽມພ້ອມພັດທະນາ, ຮ່ວມມືລະຫວ່າງ ລັດເຊຍ ແລະ ຫວຽດນາມ.

Top