• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກໍ່ສ້າງເຂດອຸດສາຫະກຳ SHI IP ຕາມເຢືອງ (ວິ້ງຝູກ) ຕາມທິດເຂດອຸດສາຫະກຳສີຂຽວ

ເຂດອຸດສາຫະກຳດັ່ງກ່າວນອນໃນເຂດອຸດສາຫະກຳ ຕາມເຢືອງ I, ໂດຍກຸ່ມບໍລິສັດ ເຊີນຮ່າ ເປັນເຈົ້າຂອງລົງທຶນ. ເຂດອຸດສາຫະກຳນີ້ມີເນື້ອທີ່ດິນກວ້າງ 160 ເຮັກຕາ
  (ພິທີເລີ່ມລົງມືກໍ່ສ້າງເຂດອຸດສາຫະກຳ SHI IP ຕາມເຢືອງ)  

ພິທີເລີ່ມລົງມືກໍ່ສ້າງເຂດອຸດສາຫະກຳ SHI IP ຕາມເຢືອງ, ດຳເນີນໃນຕອນເຊົ້າວັນທີ 28 ເມສາ, ຢູ່ເມືອງ ຕາມເຢືອງ, ແຂວງ ວິ້ງຝູກ. ເຂດອຸດສາຫະກຳດັ່ງກ່າວນອນໃນເຂດອຸດສາຫະກຳ ຕາມເຢືອງ I, ໂດຍກຸ່ມບໍລິສັດ ເຊີນຮ່າ ເປັນເຈົ້າຂອງລົງທຶນ. ເຂດອຸດສາຫະກຳນີ້ມີເນື້ອທີ່ດິນກວ້າງ 160 ເຮັກຕາ, ດ້ວຍຍອດຈຳນວນເງິນລົງທຶນເກືອບ 1.600 ຕື້ດົ່ງ (ປະມານ 68 ລ້ານ USD), ຄາດວ່າຈະນຳເຂົ້າໃຊ້ການແຕ່ໄຈມາດທີ 3 ປີ 2024. ເຂດອຸດສາຫະກຳ SHI IP ໄດ້ກໍ່ສ້າງເປັນເຂດອຸດສາຫະກຳສີຂຽວຕາມການກຳນົດທິດຂອງລັດຖະບານ ສຳລັບພື້ນຖານໂຄງລ່າງຢ່າງຄົບຊຸດ, ທັນສະໄໝ, ມີຄວາມປະສົມກົມກຽວລະຫວ່າງຄຸນຄ່າເສດຖະກິດ ແລະ ສິ່ງແວດລ້ອມ, ສ້າງຄວາມສະດວກໃຫ້ແກ່ບັນດານັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ.

ກ່າວຄຳເຫັນທີ່ພິທີ, ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ວິ້ງຝູກ ຫວູຈິຢາງ ໃຫ້ຮູ້ວ່າ, ແຂວງ ວິ້ງຝູກ ສູ້ຊົນຮອດປີ 2025 ຈະກາຍເປັນແຂວງອຸດສາຫະກຳພັດທະນາ, ເປັນໜຶ່ງໃນບັນດາສູນການບໍລິການ, ທ່ອງທ່ຽວຂອງທົ່ວປະເທດ ດ້ວຍການຄາດຄະເນສະຫງວນເນື້ອທີ່ດິນຂອງທັງແຂວງປະມານ 10.000 ເຮັກຕາໃຫ້ແກ່ເຂດອຸດສາຫະກຳ.

(ແຫຼ່ງຄັດຈາກ VOV)

ຖະແຫຼງການຮ່ວມ ຫວຽດນາມ - ສິງກະໂປ

ຖະແຫຼງການຮ່ວມ ຫວຽດນາມ - ສິງກະໂປ

ຫວຽດນາມ ແລະ ສິງກະໂປ ເພີ່ມທະວີການແລກປ່ຽນ, ພົບປະຂັ້ນສູງ ແລະ ທຸກຂັ້ນໃນທຸກຊ່ອງທາງ; ຮັກສາກົນໄກຈັດກອງປະຊຸມປະຈຳປີລະຫວ່າງນາຍົກລັດຖະມົນຕີ 2 ປະເທດໃຫ້ມີປະສິດທິຜົນ

Top