• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກໍ່ສ້າງລັດຖະບານເອເລັກໂຕນິກຕ້ອງຕິດພັນກັບບົດບາດຂອງຜູ້ນຳໜ້າ

ຕອນເຊົ້າວັນທີ 18 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມເວທີປາໄສຂັ້ນສູງເຕັກໂນໂລຢີຖະແຫຼງຂ່າວ - ສື່ສານ ຫວຽດນາມ (Vietnam ICT Summit) 2018

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ (ພາບ: VGP)

ເຫດການດັ່ງກ່າວ ໂດຍສະຫະສະມາຄົມຊອັບແວ ແລະ ການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ ຫວຽດນາມ (VINASA) ສົມທົບກັບຄະນະພັດທະນາເສດຖະກິດພາກເອກະຊົນ ຈັດຕັ້ງຢູ່ ຮ່າໂນ້ຍ. ນີ້ແມ່ນຄັ້ງທີ 8 ທີ່ລາຍການໄດ້ຈັດຕັ້ງດ້ວຍຫົວຂໍ້ວ່າ “ມຸ່ງໄປເຖິງລັດຖະບານດີຈີຕອນ ແລະ ເສດຖະກິດດີຈີຕອນ”. ກ່າວຄຳເຫັນຢູ່ຕໍ່ໜ້າບັນດານັກປາຖະກະຖາ, ວິສາຫະກິດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງເນືຶ້ື້ອໃນຂອງເວທີປາໄສ ແລະ ຖືວ່າ: ບັນດາຫົວເລື່ອງປຶກສາຫາລືສະເພາະມີສ່ວນກ່ຽວຂ້ອງຢ່າງສະໜິດແໜ້ນເຖິງໜ້າທີ່ການກໍ່ສ້າງລັດຖະບານເອເລັກໂຕນິກ - ເຊິ່ງແມ່ນຈຸດສຸມຂອງລັດຖະບານໃນໄລຍະ 2018 – 2020, ມຸ່ງໄປເຖິງ 2025. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:

        “ຈຸດພົ້ນເດັ່ນຂອງຜົນສຳເລັດແມ່ນປັດໄຈມະນຸດ, ມາດຕະຖານແຫຼ່ງຊັບພະຍາກອນມະນຸດ 4.0 ທັງວົງກ້ວາງ ແລະ ມີທັກສະສູງ ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນໃນສະເພາະໜ້າ ແລະ ຍາວນານ. ບໍ່ພຽງແຕ່ເອົາໃຈໃສ່ເຖິງການສຶກສາບຳລຸງສ້າງເທົ່ານັ້ນ ຫາກຍັງເອົາໃຈໃສ່ເຖິງສະພາບແວດລ້ອມແຫ່ງການດຳລົງຊີວິດ, ເຮັດວຽກ, ລາຍຮັບ, ປະກັນໄພອີກດ້ວຍ…

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີວ່າ ການປັບປຸງໃຫ້ສົມບູນແບບ ແລະ ຍົກສູງຄຸນນະພາບລະບອບລະບຽບກົດໝາຍ, ນະໂຍບາຍພື້ນຖານໃຫ້ການກໍ່ສ້າງລັດຖະບານເອເລັກໂຕນິກ, ລະອຽດແມ່ນການລົງທຶນໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ; ເຊື່ອມຕໍ່ແບ່ງປັນຂໍ້ມູນ, ປົກປ້ອງຂໍ້ມູນສ່ວນຕົວ…

(ແຫຼ່ງຄັດຈາກ VOV)


ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top