• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກ່ຳ​ປັ່ນ CSB 8002 ໄປ​ຢ້ຽມ​ຢາມ, ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ກັບ​ກຳ​ລັງ​ປ້ອງ​ກັນ​ແຄມ​ຝັ່ງ​ທະ​ເລ ຟີ​ລິບ​ປິນ

ຕອນບ່າຍວັນທີ 31 ກໍລະກົດ, ຢູ່ທ່າກ່ຳປັ່ນທະຫານຕຳຫຼວດທະເລ ເຂດ 2 (ແຂວງ ກວ໋າງນາມ), ກ່ຳປັ່ນ CSB 8002, ຂຶ້ນກັບກອງບັນຊາການຕຳຫຼວດທະເລເຂດ 2 ໄດ້ເລີ່ມຕົ້ນໄປຢ້ຽມຢາມ, ແບ່ງປັນບົດຮຽນປະສົບການ ແລະ ແລກປ່ຽນກັບກຳລັງປ້ອງກັນແຄມຝັ່ງທະເລ ຟີລິບປິນ.
ລວມຄະນະກ່ອນເດີນທາງໄປຢ້ຽມຢາມ (ພາບ: TTXVN)

ການຢ້ຽມຢາມ ໂດຍພັນໂທ ຮວ່າງກວັກດາດ, ຮອງຫົວໜ້າຜູ້ບັນຊາການ ກອງບັນຊາການທະຫານຕຳຫຼວດທະເລເຂດ 2, ເປັນຫົວໜ້າຄະນະ. ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ກຳລັງຕຳຫຼວດທະເລຂອງ 2 ປະເທດ ແລກປ່ຽນຂໍ້ມູນ, ຮຽນຮູ້ບົດຮຽນປະສົບການໃນການປະຕິບັດກົດໝາຍຢູ່ທະເລ; ປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງຕຳຫຼວດທະເລ ຫວຽດນາມ ແລະ ກຳລັງປ້ອງກັນແຄມຝັ່ງທະເລ ຟີລິບປິນ  ເພື່ອແນໃສ່ສົມທົບກັນໃຫ້ເປັນຢ່າງດີໃນການເຄື່ອນໄຫວຊອກຫາຜູ້ປະສົບເຄາະຮ້າຍຢູ່ທະເລ.

ການຢ້ຽມຢາມສະແດງໃຫ້ເຫັນແນວທາງ, ນະໂຍບາຍພົວພັນຕ່າງປະເທດດ້ານປ້ອງກັນຊາດສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາຂອງ ຫວຽດນາມ; ສະແດງໃຫ້ເຫັນສາຍພົວພັນສອງຝ່າຍລະຫວ່າງສອງປະເທດ ຫວຽດນາມ ແລະ ຟີລິບປິນ, ຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ກ່ຽວກັບການປົກປັກຮັກສາອະທິປະໄຕ, ຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ບັນດາເຂດທະເລ, ໝູ່ເກາະຂອງປະເທດຊາດ, ຕິດພັນກັບການພັດທະນາເສດຖະກິດຂອງປະເທດ.

(ແຫຼ່ງຄັດຈາກ VOV)

ນະຄອນ ໂຮ່ຈິມິນ ປະກາດການວາງແຜນກຳນົດ 100 ປີ

ນະຄອນ ໂຮ່ຈິມິນ ປະກາດການວາງແຜນກຳນົດ 100 ປີ

ຄາດວ່າ, ທາງນະຄອນຈະສຳເລັດການອັບເດດເອກະສານ ແລະ ແຜນທີ່ການວາງແຜນກຳນົດກ່ອນວັນທີ 31 ທັນວາ 2026 ແລະ ສຳເລັດການວາງແຜນກຳນົດສະເພາະຂະແໜງ ກ່ອນວັນທີ 30 ມິຖຸນາ 2027.

Top