• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກົງ​ສູນ​ໃຫ່​ຍ ສ​ສ ຫວຽດ​ນາມ ປະຈໍາພາກໃຕ້ລາວ ວາງພວງມາລາ ຢູ່ອະນຸສາວະລີຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນທະຫານເສຍອົງຄະ ນັກຮົບສະຫຼະຊີວິດເພື່ອຊາດ ຄົບຮອບ 78 ປີ (27/71947 – 27/7/2025), ຕອນເຊົ້າວັນທີ 27 ກໍລະກົດ 2025, ຄະນະຜູ້ແທນກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ, ນໍາໂດຍທ່ານນາງ ຕ້າເຟືອງຢຸງ (Ta Phuong Dung), ຫົວໜ້າກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ, ໄດ້ເຂົ້າວາງພວງມາລາ, ຖະຫວາຍທູບ-ທຽນທີ່ອະນຸສາວະລີຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ ຢູ່ເມືອງ ປາກຊ່ອງ ແຂວງ ຈໍາປາສັກ.
  (ພາບ: TTXVN)  

ເຂົ້າຮ່ວມພິທີ ຍັງມີຜູ້ຕາງໜ້າສະມາຄົມຊາວ ຫວຽດນາມ ປະຈຳແຂວງ ຈຳປາສັກ; ຜູ້ຕາງໜ້າສະມາຄົມວິສາຫະກິດ ຫວຽດນາມ ແລະ ຜູ້ຕາງໜ້າພະແນກອຸດສາຫະກຳ ແລະ ການຄ້ານະຄອນ ດານັງ ປະຈຳ ພາກໃຕ້ລາວ. ໃນພິທີ, ບັນດາຜູ້ແທນໄດ້ທົບທວນຄືນມູນເຊື້ອຕໍ່ສູ້ ອັນພິລາກດອາກຫານ ແລະ ໄມຕີຈິດມິດຕະພາບອັນສັດຊື່ບໍລິສຸດ ຄວາມທສະໜິດຕິດພັນຢ່າງສະໜິດແໜ້ນ ໃນ ຂະບວນການປະຕິວັດອັນສະຫງ່າລາສີຂອງສອງປະເທດ. ທ່ານນາງ ຕ້າເຟືອງຢຸງ ເນັ້ນໜັກວ່າ, ນີ້ບໍ່ພຽງແຕ່ແມ່ນການເຄື່ອນໄຫວດ້ານການເມືອງທີ່ສຳຄັນເທົ່ານັ້ນ, ຫາກຍັງແມ່ນການສະແດງຫຼັກສິນທຳ “ຄັນເຈົ້າມີເຮືອນແລ້ວຢ່າລືມແພໄມ້ໃຜ່”, “ຕອບບຸນແທນຄຸນ” ຢ່າງເລິກເຊິ່ງອີກດ້ວຍ. ທ່ານນາງ ຕ້າເຟືອງຢຸງ ເຊື່ອໝັ້ນວ່າ: ຄົນລຸ້ນຫຼັງຈະສືບຕໍ່ຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ທີ່ສົມກັບການເສຍສະຫຼະຂອງຄົນລຸ້ນກ່ອນ.   ໃນບັນຍາກາດອັນສະຫງ່າລາສີທີ່ອະນຸສາວະລີ ທີ່ເປັນສັນຍາລັກແຫ່ງຄວາມສາມັກຄີແບບພິເສດລະຫວ່າງປະຊາຊົນສອງປະເທດ ລາວ - ຫວຽດນາມ, ບັນດາຜູ້ແທນໄດ້ກົ້ມຫົວໄວ້ອາໄລໜຶ່ງນາທີ ເຄົາລົບລະນຶກເຖິງນັກວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ - ຜູ້ເສຍສະຫຼະຊີວິດເພື່ອເອກະລາດ, ເສລີພາບ ແລະ ອຸດົມການປະຕິວັດຂອງປະຊາຊົນສອງປະເທດ.

ທ່ານ ດົ່ງກົງຢຸງ, ປະທານສະມາຄົມຊາວ ຫວຽດນາມ ແຂວ ງຈໍາປາສັກ ໃຫ້ຮູ້ວ່າ: ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວປະຈຳປີທີ່ມີຄວາມໝາຍເລິກເຊິ່ງ, ເມື່ອປະຊາຊົນຊາວ ຫວຽດນາມ ຢູ່ແຂວງ ຈໍາປາສັກ ອ່ວຍໜ້າເມືອຫາປະເທດຊາດ, ລະນຶກເຖິງບັນດານັກວິລະຊົນ; ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຂອງປະຊາຊົນສອງຊາດ ຫວຽດນາມ ແລະ ລາວ. ທ່ານ ດົ່ງກົງຢຸງ ໄດ້ແບ່ງປັນວ່າ: ການເຂົ້າຮ່ວມໃນມື້ນີ້ແມ່ນມີຄວາມໝາຍ ແມ່ນຄວາມເປັນກຽດທີ່ສຸດຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ. ຜູ້ທີ່ຢູ່ໄກຈາກບ້ານເກີດເມືອງນອນ ຈະເຂົ້າໃຈຢ່າງເລິກເຊິ່ງ ຕໍ່ຄຸນຄ່າຂອງສັນຕິາບ ແລະ ມີຄວາມຮູ້ບບຸນຄຸນຢ່າງເລິກເຊິ່ງຕໍ່ຜູ້ທີ່ມີຄຸນວງ່າມຄວາມດີ ເພື່ອອະນາຄົດອັນສົດໃສຂອງສອງຊາດ; ພ້ອມກັນນັ້ນ, ກໍແມ່ນການຕັກເຕືອນຢ່າງເລິກເຊິ່ງໃຫ້ລຸ້ນໜຸ່ມກ່ຽວກັບຄວາມຮັບຜິດຊອບ ໃນການປົກປັກຮັກສາ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ລະຫວ່າງຫວຽດນາມ - ລາວ, ເພື່ອໃຫ້ສາຍພົວພັນແບບພິເສດນີ້ ເປັນຊັບສົມບັດອັນລ້ຳຄ່າຂອງສອງປະເທດຕະຫຼອດໄປ./. 

(ແຫຼ່ງຄັດຈາກ VOV)

ການເຄື່ອນໄຫວຟົດຟື້ນມ່ວນຊື່ນທີ່ງານບຸນປີໃໝ່ບັນດາປະເທດ ກຳປູເຈຍ, ລາວ, ໄທ ຢູ່ນະຄອນ ໂຮ່ຈິມິນ

ການເຄື່ອນໄຫວຟົດຟື້ນມ່ວນຊື່ນທີ່ງານບຸນປີໃໝ່ບັນດາປະເທດ ກຳປູເຈຍ, ລາວ, ໄທ ຢູ່ນະຄອນ ໂຮ່ຈິມິນ

ງານບຸນປະເພນີຂອງບັນດາປະເທດ ກຳປູເຈຍ, ລາວ, ໄທ ທີ່ນະຄອນ ໂຮ່ຈິມິນ ໄດ້ຮັບການຈັດຕັ້ງປະຈຳປີ, ເຊິ່ງສະແດງໃຫ້ເຫັນນ້ຳໃຈມິດຕະພາບລະຫວ່າງປະຊາຊົນບັນດາປະເທດໃນ ອາຊຽນ

Top