• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກູບາ ຕຳໜິຕິຕຽນຄຳສັ່ງຫ້າມເຂົ້າເມືອງຂອງ ອາເມລິກາ ເລັ່ງໃສ່ທ່ານ ອະດີດປະທານ Raul Castro

      ວັນທີ 28 ກັນຍາ, ທ່ານ Bruno Rodriguez ລັດຖະມົນຕີ ກະຊວງການຕ່າງປະເທດ ກູບາ ໄດ້ຕຳໜິຕິຕຽນອຳນາດການປົກຄອງ ຂອງ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ຍ້ອນວ່າ ໄດ້ຈັດວາງຄຳສັ່ງຫ້າມເຂົ້າເມືອງ ອາເມລິກາ ສຳລັບທ່ານ Raul Castro ເລຂາຜູ້ທີ່ໜຶ່ງຂອງ ພັກກອມມູນິດກູບາ. 

ທ່ານ Raul Castro ເລຂາຜູ້ທີ່ໜຶ່ງຂອງພັກກອມມູນິດ ກູບາ (ພາບ: TTXVN)
      ກ່າວຄຳເຫັນຕໍ່ກອງປະຊຸມ ສະມັດຊາໃຫຍ່ ສປຊ, ທ່ານ Rodriguez ເນັ້ນໜັກວ່າ ນີ້ແມ່ນການກະທຳທີ່ເປັນຜົນປະໂຫຍດໃນສະພາບຕົວຈິງ ແລະ ມີເປົ້າໝາຍແຕະຕ້ອງເຖິງກຽດສັກສີກໍ່ຄືອາລົມຈິດຂອງ ປະຊາຊົນ ກູບາ.
        ວັນທີ 26 ກັນຍາ, ທ່ານ Mike Pompeo ລັດຖະມົນຕີ ກະຊວງການຕ່າງປະເທດ ອາເມລິກາ ໄດ້ປະກາດວ່າ: ທ່ານ Raul Castro ເລຂາຜູ້ທີ່ໜຶ່ງຂອງພັກກອມມູນິດ ກູບາ ທັງເປັນອະດີດປະທານກູບາ ແລະ ຍາດຕິພີ່ນ້ອງຂອງ ເພິ່ນ ຈະບໍ່ມີເງື່ອນໄຂຢ່າງພຽງພໍເພື່ອເຂົ້າເມືອງອາເມລິກາ. ກ່ອນໜ້ານັ້ນ, ວັນທີ 19 ກັນຍາ, ອາເມລິກາ ກໍ່ໄດ້ອອກຄຳສັ່ງເນລະເທດ ສະມາຊິກ ຂອງຄະນະຜູ້ແທນ ກູບາ ປະຈຳ ສປຊ 2 ຄົນ ແລະ ຈຳກັດການໄປມາສຳລັບບັນດາສະມາຊິກທີ່ຍັງເຫຼືອຂອງຄະນະພາຍຫຼັງກ່າວຫາເຂົາເຈົ້າວ່າ ພວມພະຍາຍາມດຳເນີນບັນດາການເຄື່ອນໄຫວຕ້ານອາເມລິກາ.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top