ຂ່າວສານ
ກຸ່ມບໍລິສັດ FPT ປະກາດສ້າງຕັ້ງ FPT ອິດສະຣາແອັນ, ເປີດກວ້າງການປະກົດຕົວຢູ່ສູນເຕັກໂນໂລຢີແຖວໜ້າໂລກ
ເມື່ອກ່າວຄຳເຫັນທີ່ເຫດການ, ທ່ານ ເຈືອງຢາບິ່ງ, ປະທານສະພາບໍລິຫານງານກຸ່ມບໍລິສັດ FPT ເນັ້ນໜັກວ່າ ຫວຽດນາມ ກຳນົດ ເຕັກໂນໂລຢີ ແມ່ນກຳລັງໜູນເຕີບໂຕຍຸດທະສາດ, ດ້ວຍຈຸດສຸມແມ່ນບັນດາຂົງເຂດຄື AI, ຄວາມປອດໄພທາງໄຊເບີ, ເຄິ່ງຊັກນຳໄຟຟ້າ… FPT ແມ່ນໜຶ່ງໃນບັນດາວິສາຫະກິດເຕັກໂນໂລຢີຫຼັກແຫຼ່ງຂອງ ຫວຽດນາມ ໄດ້ກຳນົດເລືອກເອົາ ອິດສະຣາແອັນ ເພື່ອຮ່ຳຮຽນ, ຮັບເອົາເອົາລະບົບນິເວດ startup, ການສຶກສາເຕັກໂນໂລຢີ ແລະ ຈິດໃຈນະວັດຕະກຳ.
ໃນຂອບເຂດເຫດການຈັດຂຶ້ນຢູ່ ອິດສະຣາແອັນ, ທ່ານ ເຈິ່ນດັງຮວ່າ - ປະທານ FPT IS ຂຶ້ນກັບກຸ່ມບໍລິສັດ FPT, ໃຫ້ຮູ້ວ່າ ກຳນົດທິດການເຄື່ອນໄຫວຂອງ FPT ອິດສະຣາແອັນ ແມ່ນສຸມໃສ່ການຮ່ວມມືເຕັກໂນໂລຢີ, ການຄົ້ນຄວ້າ ແລະ ພັດທະນາ (R & D), ຜັນຂະຫຍາຍບັນດາໂຄງການໃນຂົງເຂດປັນຍາປະດິດ (AI), ຄວາມປອດໄພທາງໄຊເບີ, ຂໍ້ມູນຂ່າວສານ, ທາດເຄິ່ງຊັກນຳໄຟຟ້າ ແລະ ບັນດາເຕັກໂນໂລຢີຍຸດທະສາດອື່ນ.








