ຕອນເຊົ້າວັນທີ 13 ມັງກອນ, ຢູ່ Tel Aviv, ກຸ່ມບໍລິສັດ FPT ໄດ້ຈັດພິທີເປີດນຳໃຊ້ຫ້ອງການ FPT ປະຈຳ ອິດສະຣາແອັນ ຢ່າງເປັນທາງການ. ເຫດການໄດ້ດຳເນີນຢູ່ຈຸດເຊື່ອມຕໍ່ທາງໄກທີ່ ຮ່າໂນ້ຍ ແລະ ນະຄອນ Netanya (ອິດສະຣາແອັນ).
ທ່ານເຈືອງຢາບິ່ງ, ປະທານສະພາບໍລິຫານງານກຸ່ມບໍລິສັດ FPT ກ່າວຄຳເຫັນທີ່ເຫດການດັ່ງກ່າວ (ພາບ:TTXVN)
ເມື່ອກ່າວຄຳເຫັນທີ່ເຫດການ, ທ່ານ ເຈືອງຢາບິ່ງ, ປະທານສະພາບໍລິຫານງານກຸ່ມບໍລິສັດ FPT ເນັ້ນໜັກວ່າ ຫວຽດນາມ ກຳນົດ ເຕັກໂນໂລຢີ ແມ່ນກຳລັງໜູນເຕີບໂຕຍຸດທະສາດ, ດ້ວຍຈຸດສຸມແມ່ນບັນດາຂົງເຂດຄື AI, ຄວາມປອດໄພທາງໄຊເບີ, ເຄິ່ງຊັກນຳໄຟຟ້າ… FPT ແມ່ນໜຶ່ງໃນບັນດາວິສາຫະກິດເຕັກໂນໂລຢີຫຼັກແຫຼ່ງຂອງ ຫວຽດນາມ ໄດ້ກຳນົດເລືອກເອົາ ອິດສະຣາແອັນ ເພື່ອຮ່ຳຮຽນ, ຮັບເອົາເອົາລະບົບນິເວດ startup, ການສຶກສາເຕັກໂນໂລຢີ ແລະ ຈິດໃຈນະວັດຕະກຳ.
ໃນຂອບເຂດເຫດການຈັດຂຶ້ນຢູ່ ອິດສະຣາແອັນ, ທ່ານ ເຈິ່ນດັງຮວ່າ - ປະທານ FPT IS ຂຶ້ນກັບກຸ່ມບໍລິສັດ FPT, ໃຫ້ຮູ້ວ່າ ກຳນົດທິດການເຄື່ອນໄຫວຂອງ FPT ອິດສະຣາແອັນ ແມ່ນສຸມໃສ່ການຮ່ວມມືເຕັກໂນໂລຢີ, ການຄົ້ນຄວ້າ ແລະ ພັດທະນາ (R & D), ຜັນຂະຫຍາຍບັນດາໂຄງການໃນຂົງເຂດປັນຍາປະດິດ (AI), ຄວາມປອດໄພທາງໄຊເບີ, ຂໍ້ມູນຂ່າວສານ, ທາດເຄິ່ງຊັກນຳໄຟຟ້າ ແລະ ບັນດາເຕັກໂນໂລຢີຍຸດທະສາດອື່ນ.