• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳ​ລັງ​ປົກ​ປ້ອງ​ຝັ່ງ​ທະ​ເລ ຍີ່​ປຸ່ນ ​ຢ້ຽມ​ຢາມກອງ​ບັນ​ຊາ​ການ​ຕຳຫຼວດ​ທະ​ເລ​ເຂດ 2

ຄະນະພະນັກງານ, ພາລະກອນ ກຳລັງປົກປ້ອງຝັ່ງທະເລ ຍີ່ປຸ່ນ ໄດ້ໄປຢ້ຽມຢາມບັນດາການເຄື່ອນໄຫວຂອງກອງບັນຊາການຕຳຫຼວດທະເລເຂດ 2 ແລະ ກຳປັ່ນຕຳຫຼວດທະເລ 8002 ແລະ ໄດ້ພ້ອມກັນແຂ່ງຂັນບານສົ່ງມິດຕະພາບ.
   (ພາບ: qdnd.vn)  

ວັນທີ 17 ກຸມພາ, ຄະນະພະນັກງານ, ພາລະກອນກຳປັ່ນ Settsu ແລະ ກຳລັງປົກປ້ອງຝັ່ງທະເລ ຍີ່ປຸ່ນ ນຳໂດຍທ່ານພົນຈັດຕະວາ Nagai Nobukazu, ຮອງຜູ້ບັນຊາກຳລັງ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມກອງບັນຊາການຕຳຫຼວດທະເລເຂດ 2 ຢູ່ແຂວງ ກວາງນາມ.

ທີ່ການຕ້ອນຮັບຄະນະ, ທ່ານພັນເອກ ເຈິ່ນກວາງຕວັນ, ຜູ້ບັນຊາການຕຳຫຼວດທະເລເຂດ 2 ເນັ້ນໜັກວ່າ ການຢ້ຽມຢາມແມ່ນໂອກາດທີ່ດີ ເພື່ອໃຫ້ສອງຝ່າຍແບ່ງປັນ, ຮ່ຳຮຽນເອົາບົດຮຽນ ປະສົບການ ໃນການປະຕິບັດກົດໝາຍບົນທະເລ ກໍ່ຄືເພີ່ມທະວີການພົບປະແລກປ່ຽນ, ຮ່ວມມື ແລະ ເຂົ້າໃຈຊື່ງກັນ ແລະ ກັນ ເພື່ອແນໃສ່ສະແດງນ້ຳໃຈມິດຕະພາບ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈລະຫວ່າງກຳລັງຕຳຫຼວດ ຫວຽດນາມ ແລະ ແລະ ກຳລັງປົກປ້ອງຝັ່ງທະເລ ຍີ່ປຸ່ນ.

ຄະນະພະນັກງານ, ພາລະກອນ ກຳລັງປົກປ້ອງຝັ່ງທະເລ ຍີ່ປຸ່ນ ໄດ້ໄປຢ້ຽມຢາມບັນດາການເຄື່ອນໄຫວຂອງກອງບັນຊາການຕຳຫຼວດທະເລເຂດ 2 ແລະ ກຳປັ່ນຕຳຫຼວດທະເລ 8002  ແລະ ໄດ້ພ້ອມກັນແຂ່ງຂັນບານສົ່ງມິດຕະພາບ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ນຳ​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ສອງ​ຊາດ ຫວຽດ​ນາມ ແລະ ລາວ ກ້າວ​ຂຶ້ນ​ຢ່າງ​ໝັ້ນ​ຄົງ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ນຳ​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ສອງ​ຊາດ ຫວຽດ​ນາມ ແລະ ລາວ ກ້າວ​ຂຶ້ນ​ຢ່າງ​ໝັ້ນ​ຄົງ

ຕອນຄ່ຳວັນທີ 26 ມັງກອນ, ຢູ່ຮ່າໂນ້ຍ, ທ່ານໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເປັນປະທານງານລ້ຽງຕ້ອນຮັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ.ລາວ ແລະ ພັນລະຍາ ຢ່າງສົມກຽດ ເນື່ອງໃນໂອກາດພວມຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ.

Top