• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳ​ລັງ​ກອງ​ທັບ ແລະ ຕຳຫຼວດ ຫວຽດ​ນາມ ໄດ້​​ສຳ​ເລັດ​ໜ້າ​ທີ່​ກູ້​ໄພ​ກູ້​ຊີບ​ໃນ​ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ມຽນ​ມາ

ຕອນບ່າຍວັນທີ 08 ເມສາ, ຄະນະກູ້ຊີບກູ້ຊີບຂອງກອງທັບປະຊາຊົນ ຫວຽດນາມ ແລະ ກະຊວງຕຳຫຼວດ ຫວຽດນາມ ໄດ້ເດີນທາງມາຮອດນະຄອນຫຼວງ ຮ່າໂນ້ຍ, ສິ້ນສຸດໄລຍະເວລາເກືອບ 10 ມື້ທີ່ປະຕິບັດໜ້າທີ່ກູ້ໄພກູ້ຊີບສາກົນໃນເຫດແຜ່ນດິນໄຫວຢູ່ ມຽນມາ.
ຄະນະກູ້ໄພກູ້ຊີບ ຫວຽດນາມ ແລະ ບັນດານາງພະຍາບານ ມຽນມາ (ພາບ: ສະມາຊິກໃນຄະນະສະໜອງໃຫ້)
 ໂດຍເລີ່ມເຂົ້າຮ່ວມການກູ້ໄພກູ້ຊີບແຕ່ວັນທີ 31 ມີນາ, ຄະນະກູ້ໄພກູ້ຊີບຂອງກອງທັບປະຊາຊົນ ຫວຽດນາມ ໄດ້ຜັນຂະຫຍາຍກຳລັງຊອກຫາຜູ້ປະສົບເຄາະຮ້າຍຢູ່ 3 ຈຸດ, ລວມມີ: ເຂດອາພາດເມັ້ນ Bala Tidi, ໂຮງໝໍ Ottara Thiri ແລະ ໂຮງແຮມ Aye Chan Thar, ຢູ່ນະຄອນຫຼວງ Naypyitaw, ຄົ້ນພົບຜູ້ປະສົບເຄາະຮ້າຍ 32 ຄົນທີ່ຕິດຄ້າງໃນຊາກຫັກພັງ; ຈັດຕັ້ງການຊອກຫາໂດຍກົງຢູ່ 20 ຈຸດ, ມອບຮັບຊາກສົບ 21 ຄົນໃຫ້ແກ່ທ້ອງຖິ່ນ ແລະ ຄອບຄົວ. ພິເສດ, ຄະນະໄດ້ສົມທົບກັບກຳລັງກູ້ໄພກູ້ຊີບຂອງ ມຽນມາ ແລະ ຕວັກກີ ກູ້ເອົາຊີວິດຂອງຊາຍໜຸ່ມອາຍຸ 26 ປີ ທີ່ຖືກຕິດຄ້າງໃນຊາກຫັກພັງເປັນເວລາ 05 ວັນ; ຈັດກິດຈະກຳກວດສຸຂະພາບ ແລະ ແຈກຢາຍຢຸກຢາໂດຍບໍ່ເກັບຄ່າໃຫ້ປະຊາຊົນທ້ອງຖິ່ນກວ່າ 200 ເທື່ອຄົນ.

ໃນຂະນະນັ້ນ, ຄະນະປະຕິບັດໜ້າທີ່ກູ້ໄພກູ້ຊີບຂອງກະຊວງຕຳຫຼວດ ຫວຽດນາມ ໄດ້ກູ້ເອົາຜູ້ປະສົບເຄາະຮ້າຍ 07 ຄົນ ອອກຈາກຊາກຫັກພັງໃນເຫດແຜ່ນດິນໄຫວໂດຍກົງ; ສົມທົບກັບບັນດາທິມງານກູ້ໄພກູ້ຊີບຂອງ ມຽນມາ, ຟີລິບປິນ, ອິນໂດເນເຊຍ, ສິງກະໂປ ຊ່ວຍກູ້ເອົາຊີວິດຜູ້ປະສົບເຄາະຮ້າຍອື່ນ 07 ຄົນ. ຄະນະກໍໄດ້ກວດສຸຂະພາບ, ແຈກຢາຍຢຸກຢາໃຫ້ຜູ້ປະສົບເຄາະຮ້າຍກວ່າ 50  ຄົນ; ຕັ້ງຕູບ 2 ຫຼັງເປັນບ່ອນພັກຊົ່ວຄາວໃຫ້ຜູ້ປະສົບເຄາະຮ້າຍຖືກສູນເສຍເຮືອນຊານ; ສີດຢາຂ້າເຊື້ອ, ຕ້ານຍຸງໃນເນື້ອທີ 5.000 ຕາແມັດ; ຈັດຕັ້ງສຳເລັດ 5 ກິດຈະກຳຂົນຂວາຍປະຊາຊົນ, ແບ່ງປັນ, ຊ່ວຍເຫຼືອເງິນໃຫ້ 6 ຄອບຄົວຜູ້ປະສົບເຄາະຮ້າຍທີ່ມີຄົນເສຍຊີວິດ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໂອ້ລົມສົນທະນາກັບສັນຕະປະປາສຳນັກ ວາຕີກັງ Leo XIV

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໂອ້ລົມສົນທະນາກັບສັນຕະປະປາສຳນັກ ວາຕີກັງ Leo XIV

ໃນການຢ້ຽມຢາມ ສ.ອີຕາລີ ຢ່າງເປັນທາງການ, ຕອນທ່ຽງວັນທີ 11 ເມສາ (ຕາມເວລາທ້ອງຖິ່ນ) ຢູ່ ວາຕີກັງ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ມີການໂອ້ສົມສົນທະນາກັບ ສັນຕະປະປາ Leo XIV.

Top