• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳລັງ ຕຳຫລວດ ຄວນເປັນເຈົ້າການ, ມີໄຫວພິບ, ປະດິດຄິດສ້າງກວ່າຕໍ່ທຸກຫນ້າທີ່

      ໃນໂອກາດບຸນເຕັດ, ບັນດາກຳລັງຕ້ອງຈັດຕັ້ງການເວນຍາມຕະຫລອດ 24 ຊົ່ວໂມງ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ຄວາມປອດໄພໃນທົ່ວສັງຄົມ.
ທ່ານນາຍົກລັດຖະມົນຕີ  ຟ້າມມີງຈິງ ຢື້ຢາມຖາມຂ່າວອວຍພອນບຸນເຕັດກຳລັງ ຕຳຫລວດ. ພາບ: TTXVN
      ຕອນບ່າຍວັນທີ 30 ມັງກອນ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈິງ ໄດ້ລົງອວຍພອນບຸນເຕັດພະນັກງານ, ນັກຮົບບັນດາຫົວຫນ່ວຍຂຶ້ນກັບກະຊວງຕຳຫລວດ.
      ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ເນັ້ນຫນັກວ່າ ປີ 2022, ບັນດາກຳລັງຕ້ອງມີຄວາມເຂັ້ມແຂງກວ່າ, ເປັນເຈົ້າການກວ່າ, ມີໄຫວພິບກວ່າ, ປະດິດຄິດສ້າງກວ່າຕໍ່ທຸກຫນ້າທີ່, ປະກອບສ່ວນສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ. ພ້ອມກັນນັ້ນ ຍູ້ແຮງການບຳລຸງສ້າງແຫລ່ງຊັບພະຍາກອນມະນຸດ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການ, ຫນ້າທີ່ນັບມື້ນັບສູງ, ລົງທຶນໃຫ້ແກ່ວິທະຍາສາດເຕັກໂນໂລຊີ, ພື້ນຖານດ້ານວັດຖຸ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການໃນສະພາບການໃຫມ່, ເພີ່ມທະວີວິທະຍາສາດຄຸ້ມຄອງ ແລະ ການສົມທົບ ລະຫວ່າງບັນດາກຳລັງ, ລະດົມກຳລັງແຮງທົ່ວສັງຄົມເຂົ້າໃນວຽກງານຮັບປະກັນຄວາມປອດໄພທາງເຄືອຂ່າຍອິນເຕີແນັດ, ປ້ອງກັນ ຕ້ານອາດຊະຍາກອນນຳໃຊ້ເຕັກໂນໂລຊີສູງ, ກູ້ໄພກູ້ຊີບ. ໃນໂອກາດບຸນເຕັດ, ບັນດາກຳລັງຕ້ອງຈັດຕັ້ງການເວນຍາມຕະຫລອດ 24 ຊົ່ວໂມງ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ຄວາມປອດໄພໃນທົ່ວສັງຄົມ.
(ແຫຼ່ງຄັດຈາກ VOV)

ການເຈລະຈາຂັ້ນສູງລະຫວ່າງຫວຽດນາມ ແລະ ບຸນກາຣີ

ການເຈລະຈາຂັ້ນສູງລະຫວ່າງຫວຽດນາມ ແລະ ບຸນກາຣີ

ຕອນເຊົ້າວັນທີ 25 ກັນຍາ, ຕາມເວລາທ້ອງຖິ່ນ, ໃນຂອບເຂດການຢ້ຽມຢາມບຸນກາຣີຢ່າງເປັນທາງການ, ພິທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຖືກຈັດຂຶ້ນຢ່າງສົມກຽດຢູ່ນະຄອນຫຼວງ Sofia ໂດຍພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ບຸນກາຣີ Rosen Zhelyazkov. ພາຍຫຼັງພິທີຕ້ອນຮັບ, ທ່ານປະທານສະພາແຫ່ງຊາດສອງປະເທດໄດ້ດຳເນີນການພົບປະເຈລະຈາ.

Top