• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳປູເຈຍ ຍູ້ໄວແຜນກໍ່ສ້າງເສັ້ນທາງຄວາມໄວສູງໄປເຖິງ ຫວຽດນາມ

      ຕາມຂໍ້ຕົກລົງລະຫວ່າງສອງປະເທດ, ຝ່າຍ ຫວຽດນາມກໍ່ຈະລົງມືກໍ່ສ້າງເສັ້ນທາງຄວາມໄວສູງຈາກນະຄອນ ໂຮ່ຈີມິນ ໄປເຖິງດ່ານຊາຍແດນສາກົນ ມົກບ່າຍ ແຂວງໄຕນິງ ໂດຍໄວ ເພື່ອເຊື່ອມຕໍ່ເສັ້ນທາງຄວາມໄວສູງສາຍໃຫມ່ຂອງ ກຳປູເຈຍ.
ພາບປະກອບ
      ກຳປູເຈຍ ແລະ ຫວຽດນາມ ຈະຍູ້ແຮງແຜນການກໍ່ສ້າງເສັ້ນທາງຄວາມໄວສູງເຊື່ອມຕໍ່ລະຫວ່າງສອງປະເທດ. ວັນທີ 30 ສິງຫາ, ທ່ານ Sun Chanthol ລັດຖະມົນຕີກະຊວງຄົມມະນາຄົມ ແລະ ໂຍທາທິການ ກຳປູເຈຍ ໃຫ້ຮູ້ວ່າ: ປະຈຸບັນ ລັດຖະບານ ກຳປູເຈຍ ໄດ້ອະນຸຍາດໃຫ້ບໍລິສັດແຫ່ງຫນຶ່ງຂອງຈີນ ດຳເນີນການຄົ້ນຄ້ວາຄວາມເປັນໄປກ່ຽວກັບການກໍ່ສ້າງເສັ້ນທາງຄວາມໄວສູງ ຈາກພະນົມເປັນ ໄປເຖິງ ເທດສະບານ Bavet ແຂວງ Svay Rieng ໃກ້ກັບຊາຍແດນຕິດກັບຫວຽດນາມ. ຄາດວ່າ ບົດຄົ້ນຄ້ວາຄວາມເປັນໄປນີ້ ຈະສຳເລັດໃນເດືອນທັນວາ ປີ 2021 ຫລັງຈາກນັ້ນ ຈະຍື່ນສະເຫນີຕໍ່ບັນດາກະຊວງ, ຂະແຫນງການກ່ຽວຂ້ອງເພື່ອພິຈາລະນາ, ກວດກາກ່ອນທີ່ໃຫ້ອະນຸມັດຜ່ານ. ຕາມຂໍ້ຕົກລົງລະຫວ່າງສອງປະເທດ, ຝ່າຍ ຫວຽດນາມກໍ່ຈະລົງມືກໍ່ສ້າງເສັ້ນທາງຄວາມໄວສູງຈາກນະຄອນ ໂຮ່ຈີມິນ ໄປເຖິງດ່ານຊາຍແດນສາກົນ ມົກບ່າຍ ແຂວງໄຕນິງ ໂດຍໄວ ເພື່ອເຊື່ອມຕໍ່ເສັ້ນທາງຄວາມໄວສູງສາຍໃຫມ່ຂອງກຳປູເຈຍ.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top