• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳປູເຈຍຈັດຕັ້ງກອງປະຊຸມສຸດຍອດອາຊີ -ປາຊີຟິກ

      ຕອນເຊົ້າວັນທີ 28ຕຸລາ, ທ່ານ Ek Tha ໂຄສົກຫ້ອງວ່າການສະພາລັດຖະມົນຕີ ກຳປູເຈຍ ໃຫ້ຮູ້ວ່າ ກຳປູເຈຍຈະສົມທົບກັບສະຫະພັນສັນຕິພາບທົ່ວໂລກ (UPF) ຮ່ວມຈັດຕັ້ງກອງປະຊຸມສຸດຍອດອາຊີ -ປາຊີຟິກ (APS) 2019 ຢູ່ Phnom Penh ໃນລະຫວ່າງ ວັນທີ 18 – 20 ພະຈິກ. 

ນະຄອນ Phnom Penh  ປະເທດ ກຳປຸເຈຍ (ພາບ: Asian Nikkei Review) 
      ທ່ານ Ek Tha ໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen ຈະເປັນປະທານຂອງພິທີໄຂກອງປະຊຸມທີ່ມີຫົວຂໍ້ວ່າ “ຮັບມືກັບບັນດາສິ່ງທ້າທາຍຕົ້ນຕໍໃນປັດຈຸບັນ: ການອີງໃສ່ລວມ, ຄວາມໄກ່ເກ່ຍປ່ອງດອງຊາດ, ວັດທະນາຖາວອນລວມ ແລະ ມູນຄ່າທົ່ວໂລກ”. ຄາດວ່າ, ຈະມີການເຂົ້າຮ່ວມຂອງ ແຂກສາກົນປະມານ 500 ຄົນທີ່ມາຈາກ 50 ປະເທດ ແລະ ພາກພື້ນ.
            ຕາມລາຍງານຂອງ ຫ້ອງວ່າການສະພາລັດຖະມົນຕີ ກຳປູເຈຍແລ້ວ, ກອງປະຊຸມ APS 2019 ຈະສະແດງໃຫ້ເຫັນບັນດາຜົນກະທົບອັນຕັ້ງໜ້າຂອງການຮ່ວມມືລະຫວ່າງລັດຖະບານ ແລະ ສັງຄົມພົນລະເຮືອນສຳລັບການສ້າງສັນຕິພາບ ແລະ ຄວາມໄກ່ເກ່ຍປ່ອງດ່ອງຊາດ, ການພັດທະນາແບບຍືນຍົງ, ການຮ່ວມມື ວັດທະນາຖາວອນ ແລະ ວິທີການແກ້ໄຂດີທີ່ສຸດໃຫ້ແກ່ບັນດາບັນຫາສຳຄັນ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top