• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳປັ່ນທະຫານເຮືອມາເລເຊຍຢ້ຽມຢາມ ນະຄອນໂຮ່ຈິມີນ

      ຕອນເຊົ້າວັນທີ 25 ພະຈິກ, ກຳປັ່ນທະຫານເຮືອ ມາເລເຊຍ ສອງລຳ ພ້ອມດ້ວຍນາຍພົນ, ລູກເຮືອ 254 ຄົນ ໂດຍພັນເຮືອເອກ Mohd Fadzli bin Mod, ກັບຕັນ ກຳປັ່ນ KD LEKIU ເປັນຫົວຫນ້າຄະນະ ໄດ້ເຂົ້າທຽບທ່າກຳປັ່ນ ໂຮ່ຈິມີນ ເລີ່ມຕົ້ນການຢ້ຽມຢາມໄມຕິຈິດ ຫວຽດນາມ ແຕ່ວັນທີ 25 -28 ພະຈິກປີ 2017.

ທະຫານເຮືອມາເລເຊຍຢ້ຽມຢາມ ນະຄອນໂຮ່ຈິມີນ
      ໃນໄລຍະຢູ່ ຢ້ຽມຢາມ ນະຄອນ ໂຮ່ຈິມີນ, ກຸ່ມນາຍທະຫານບັນຊາກຳປັ່ນຈະເຂົ້າຢ້ຽມຂ່ຳນັບການນຳຄະນະກຳມະການປະຊາຊົນນະຄອນໂຮ່ຈິມີນ, ພົບປະກັບຜູ້ບັນຊາການທະຫານເຮືອເຂດ 2, ພົບປະແລກປ່ຽນກັບນາຍທະຫານຫນຸ່ມຢູ່ໂຮງຮຽນທະຫານເຮືອເຕັກນິກຊັ້ນກາງ, ຢ້ຽມຢາມທະຫານເຮືອທ່າກຳປັ່ນ 125 ແລະ ກຳປັ່ນພິທັກຮັກສາ 012 ຫລີທາຍໂຕ໋ ຂອງກອງທັບເຮືອຫວຽດນາມ ແລະ ຢ້ຽມຢາມທັດສະນິຍະພາບບາງແຫ່ງຢູ່ນະຄອນໂຮ່ຈິມີນ. 
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top