• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳນົດວິໄສທັດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

      ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ແມ່ນຫນຶ່ງໃນ 6 ເຂດເສດຖະກິດ ສັງຄົມ ຂອງ ຫວຽດນາມ, ແມ່ນເຂດເສດຖະກິດສຳຄັນໃນການພັດທະນາແບບຍືນຍົງຂອງທັງປະເທດ. 
ທ່ານ ເຈີນຕວນແອັງ ຫົວຫນ້າຄະນະເສດຖະກິດສູນກາງ ກ່າວຄຳເຫັນທີ່ກອງປະຊຸມ. (ພາບ: sggp.org.vn)
      ວັນທີ 10 ທັນວາ ຢູ່ ຮ່າໂນ້ຍ, ຄະນະກຳມະການເສດຖະກິດສູນກາງ ໄດ້ຈັດຕັ້ງກອງປະຊຸມສຳມະນາ “ພັດທະນາເສດຖະກິດ ສັງຄົມ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມຮອດປີ 2030 - ວິໄສທັດຮອດປີ 2045. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ເຈີນຕວນແອັງ ຫົວຫນ້າຄະນະເສດຖະກິດສູນກາງ ເນັ້ນຫນັກວ່າ: ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ແມ່ນຫນຶ່ງໃນ 6 ເຂດເສດຖະກິດ ສັງຄົມ ຂອງ ຫວຽດນາມ, ແມ່ນເຂດເສດຖະກິດສຳຄັນໃນການພັດທະນາແບບຍືນຍົງຂອງທັງປະເທດ.
      ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ປະກອບຫລາຍຄຳເຫັນໃສ່ແຜນການພັດທະນາເສດຖະກິດ ສັງຄົມ ເຂດທົ່ງພຽງແມ່ນ້ຳຂອງ. ກ່ຽວກັບການກຳນົດທິດພັດທະນາໄລຍະຍາວ, ການວາງແຜນຜັງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ໄລຍະ 2021 – 2030, ວິໄສທັດຮອດປີ 2045, ການພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ໄລຍະຍາວ,  ຍືນຍົງເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ຕາມນັ້ນແລ້ວ, ບັນດາມາດຕະການພັດທະນາຕ້ອງຮັບປະກັນໃຫ້ເຂດມີຄວາມປອດໄພຕໍ່ ຜົນສະທ້ອນຢ່າງຫນັກຫນ່ວງຈາກທຳມະຊາດ, ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຫັນວັດທະນະທຳເປັນຫລາຍຮູບຫລາຍແບບ ກໍ່ຄືການເຄື່ອນໄຫວເສດຖະກິດ, ສິ່ງແວດລ້ອມດ້ານຊີວະພາບແບບຍືນຍົງ.
(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top