ທ່ານປະທານປະເທດ ເລືອງເກື່ອງ ຢັ້ງຢືນວ່າ ດ້ວຍບົດບາດຂອງປະເທດເຈົ້າພາບ APEC - 2027, ຫວຽດນາມ ຈະສົມທົບກັບບັນດາພື້ນຖານເສດຖະກິດທັງຢູ່ພາຍໃນ ແລະ ນອກ APEC ຢ່າງແໜ້ນແຟ້ນ ເພື່ອເພີ່ມທະວີການເຊື່ອມຕໍ່ດ້ານເສດຖະກິດ, ຊຸກຍູ້ການເຕີບໂຕສີຂຽວ.
ທ່ານປະທານາທິບໍດີ ສ.ເກົາຫຼີ ໃຫ້ການຕ້ອນຮັບທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ (ພາບ: TTXVN)
ຕອນເຊົ້າວັນທີ 31 ຕຸລາ, ຢູ່ສູນກອງປະຊຸມສາກົນ Gyeongju,, ສ.ເກົາຫຼີ ທ່ານປະທານະເທດ ເລືອງເກື່ອງ ພ້ອມກັບບັນດາການນຳ, ຫົວໜ້າ 21 ພື້ນຖານເສດຖະກິດສະມາຊິກ APEC ໄດ້ເຂົ້າຮ່ວມວາລະປະຊຸມຄັ້ງທີ 1 ຂອງກອງປະຊຸມບັນດາການນຳ APEC 2025. ດ້ວຍຫົວຂໍ້ “ມຸ່ງໄປເຖິງພາກພື້ນສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຊື່ອມຕໍ່ ແລະ ບືນຕົວອອກໄປໄກ”, ວາລະປະຊຸມປຶກສາຫາລືກ່ຽວກັບບັນຫາຊຸກຍູ້ການຄ້າ ແລະ ລົງທຶນໃນສະພາບການຂາດສະຖຽນລະພາບທົ່ວໂລກ ແລະ ເພີ່ມທະວີການຮ່ວມມືພາກລັດ - ເອກະຊົມເພື່ອແນໃສ່ເປີດກວ້າງຄວາມສາມາດບົ່ມຊ້ອນເຂດເອກະຊົນ, ມຸ່ງໄປເຖິງ ການເຕີບໂຕກວມລວມ ແລະ ຍືນຍົງ.
ກ່າວຄຳເຫັນນະທີ່, ທ່ານປະທານປະເທດ ເລືອງເກື່ອງ ເນັ້ນໜັກວ່າ ຄວາມຮຽກຮ້ອງໂດຍດ່ວນຂອງການເພີ່ມທະວີເຊື່ອມຕໍ່ ແລະ ຍົກສູງຄວາມສາມາດທົນທານຂອງບັນດາພື້ນຖານເສດຖະກິດ APEC, ພິເສດແມ່ນບັນດາພື້ນຖານເສດຖະກິດພວມພັດທະນາ, ຕໍ່ໜ້າບັນດາຜົນກະທົບບໍ່ດີຈາກພາກນອກ ແລະ ເຕັກໂນໂລຢີ. ທ່ານປະທານປະເທດ ເນັ້ນໜັກວ່າ ໃນສະພາບການເສດຖະກິດມະຫາພາບ ຂາດສະຖຽນລະພາບ, ພື້ນຖານເສດຖະກິດຈຸລະພາກຢ່າງໝັ້ນແກ່ນໄດ້ສວມບົດບາດຫຼັກແຫຼ່ງໃຫ້ແກ່ການເຕີບໂຕໄລຍະຍາວ ແລະ ບົດຮຽນພັດທະນາຂອງພາກພື້ນ ກໍ່ໄດ້ຢັ້ງຢືນບົດບາດສຳຄັນທີ່ສຸດ ແລະ ເຂດເອກະຊົນ.
ທ່ານປະທານປະເທດ ເລືອງເກື່ອງ ຢັ້ງຢືນວ່າ ດ້ວຍບົດບາດຂອງປະເທດເຈົ້າພາບ APEC - 2027, ຫວຽດນາມ ຈະສົມທົບກັບບັນດາພື້ນຖານເສດຖະກິດທັງຢູ່ພາຍໃນ ແລະ ນອກ APEC ຢ່າງແໜ້ນແຟ້ນ ເພື່ອເພີ່ມທະວີການເຊື່ອມຕໍ່ດ້ານເສດຖະກິດ, ຊຸກຍູ້ການເຕີບໂຕສີຂຽວ, ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ການຮ່ວມມື ແລະ ພັດທະນາເພື່ອພາກພື້ນ ອາຊີ - ປາຊີຟິກທີ່ມີສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ.
(ແຫຼ່ງຄັດຈາກ VOV)