ຂ່າວສານ
ການສົນທະນາວິທະຍາສາດສະຫວັດດີການສັງຄົມໃຫ້ແກ່ຜູ້ອອກແຮງງານ ແລະ ບົດບາດຂອງກຳມະບານ
ການສົນທະນາວິທະຍາສາດສະຫວັດດີການສັງຄົມໃຫ້ແກ່ຜູ້ອອກແຮງງານ ແລະ ບົດບາດຂອງກຳມະບານ
(ພາບ: dangcongsan.vn)
ທີ່ການສົນທະນາ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືແງ່ມູມທິດສະດີ ແລະ ພຶດຕິກຳຕົວຈິງ ກ່ຽວກັບບັນດາບັນຫາຄື: ຮັບປະກັນການພົວພັນທີ່ກົມກຽວລະຫວ່າງ ນະໂຍບາຍ ສະຫວັດດີການສັງຄົມ ໃຫ້ແກ່ກຳມະກອນ, ລັດຖະກອນ, ຜູ້ອອກແຮງງານ ແລະ ບັນດານະໂຍບາຍພັດທະນາເສດຖະກິດ - ສັງຄົມແຫ່ງຊາດ, ບັນດາຮູບແບບສະຫວັດດີການສັງຄົມໃຫ້ແກ່ກຳມະກອນ, ລັດຖະກອນ, ຜູ້ອອກແຮງງານ ຢູ່ ຫວຽດນາມ…
ບັນດາຜູ້ແທນຖືວ່າ ກຳມະບານ ຫວຽດນາມສວມບົດບາດສຳຄັນໃນການຜັນຂະຫຍາຍບັນດານະໂຍບາຍ, ຍູ້ແຮງບັນດາການເຄື່ອນໄຫວສະຫວັດດີການສັງຄົມໃຫ້ແກ່ຜູ້ອອກແຮງງານ, ສືບຕໍ່ຄົ້ນຄ້ວາ, ສະເໜີການປະຕິບັດບັນດາກົນໄກນະໂຍບາຍ, ຮູບແບບສະຫວັດດີການສັງຄົມໃຫ້ກັບພັກ, ລັດເພື່ອປະຕິບັດການດູແລສະຫວັດດີການສັງຄົມໃຫ້ແກ່ກຳມະກອນ, ລັດຖະກອນ, ຜູ້ອອກແຮງງານໃຫ້ດີກ່ວາ. ທ່ານບຸ່ຍຊີ້ເລີ້ຍ, ຮອງຫົວໜ້າກຳມາທິການບັນດາບັນຫາສັງຄົມຂອງ ສະພາແຫ່ງຊາດຖືວ່າ:
ສົ່ງເສີມການເຂົ້າຮ່ວມຂອງປະຊາຄົມເພື່ອປະຕິບັດການຮັບປະກັນຊີວິດສັງຄົມ ແລະ ສະຫວັດດີການສັງຄົມເປັນຢ່າງດີ, ຍົກສູງຄຸນນະພາບໃນການສ້າງ, ປັບປຸງ, ແລະປະຕິບັດນະໂຍບາຍສັງຄົມກ່ຽວກັບສະຫວັດດີການສັງຄົມໃຫ້ສົມບູນແບບ, ເອົາໃຈໃສ່ເປັນພິເສດເຖິງການເຄື່ອນໄຫວດູແລຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານ, ລົງທຶນສ້າງ ກົດບັນຍັດ ຂອງອົງການກຳມະບານຢູ່ບັນດາເຂດອຸດສາຫະກຳ, ເຂດການຜະລິດ ຢ່າງແທດຈິງ, ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງ ກຳມະການ ຕິດພັນກັບຜົນປະໂຫຍດຂອງ ອົງການກຳມະບານ. ໃນບັນຫາສະຫວັດດີການສັງຄົມພວກຂ້າພະເຈົ້າໃສ່ໃຈທີ່ສຸດກັບອົງການກຳມະບານນັ້ນແມ່ນບັນຫາເຮືອນຢູ່ຂອງສັງຄົມ ແລະ ເຮືອນຢູ່ໃຫ້ແກ່ຜູ້ທີ່ມີລາຍຮັບຕ່ຳ.
(ແຫຼ່ງຄັດຈາກ VOV)