• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ໂອ້​ລົມ​ສົນ​ທະ​ນາ​ສາ​ກົນ ສະຫຼຸ​ບ​ປີ ປະ​ທານ​ອາ​ຊຽນ 2020

ວັນທີ 17 ທັນວາ ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງການໂອ້ລົມສົນທະນາສາກົນ: “ປະຊາຄົມອາຊຽນສະໜິດຕິດພັນ ແລະ ເປັນເຈົ້າການຮັບມື: ຫວນຄືນປີ 2020 ເພື່ອການກະທຳລວມທີ່ຢ່າງແຮງກ່ວາ” ເພື່ອທົບທວນຄືນປີ ປະທານອາຊຽນ 2020 ຂອງ ຫວຽດນາມ.

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກ໊ວກຢຸງ, ທ່ານ ອະດີດຮອງນາຍົກລັດຖະມົນຕີ ຫວູຄວານ ແລະ ຜູ້ແທນເຂົ້າຮ່ວມກອງປະຊຸມ

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກ໊ວກຢຸງ, ຫົວໜ້າເຈົ້າໜ້າທີ່ຂັ້ນສູງອາຊຽນ ຫວຽດນາມ, ເລຂາທິການໃຫຍ່ຄະນະກຳມະການແຫ່ງຊາດ ອາຊຽນ 2020 ໄດ້ເປັນປະທານການໂອ້ລົມສົນທະນາ ພ້ອມກັບການເຂົ້າຮ່ວມຂອງທ່ານ ອະດີດຮອງນາຍົກລັດຖະມົນຕີ ຫວູຄວານ.

ທີ່ການໂອ້ລົມສົນທະນາຜູ້ແທນໄດ້ເຫັນດີເປັນເອກະພາບ, ໂດຍຕີລາຄາວ່າ, ປີ 2020 ແມ່ນຂີດໝາຍສຳຄັນໃນວິວັດທະນາການພັດທະນາຂອງອາຊຽນ ດ້ວຍບົດບາດພົ້ນເດັ່ນຂອງປີຫວຽດນາມເປັນປະທານອາຊຽນ 2020. ຜູ້ແທນຖືວ່າ ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມມີໄຫວພິບ, ມີຫົວຄິດປະດິດສ້າງ, ເປັນເຈົ້າການ ແລະ ເສີມຂະຫຍາຍບົດບາດ “ແກ່ນສານ” ຂອງ ອາຊຽນ. ຜູ້ແທນໄດ້ຖືເປັນສຳຄັນພິເສດຕໍ່ບົດບາດຂອງປະທານຫວຽດນາມ ໃນການປຸກລະດົມຄວາມມານະພະຍາຍາມເປັນໝູ່ຄະນະຂອງທັງປະຊາຄົມເພື່ອຮັບມືກັບພະຍາດໂຄວິດ - 19ຢ່າງມີປະສິດທິຜົນ ແລະ ຊຸກຍູ້ການຟື້ນຟູເສດຖະກິດຮອບດ້ານໃນພາກພື້ນ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top