• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ໂອ້​ລົມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ​ຫວຽດ​ນາມ-ອາ​ເມ​ລິ​ກາ ປີ 2022

ການໂອ້ລົມສົນທະນາຄັ້ງນີ້ ເພື່ອແນໃສ່ຕີລາຄາໝາກຜົນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະທີ່ຜ່ານມາ; ກຳນົດທິດທາງຮ່ວມມືໃນໄລຍະຈະມາເຖິງ.

ການໂອ້ລົມສົນທະນາຄັ້ງນີ້ ເພື່ອແນໃສ່ຕີລາຄາໝາກຜົນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະທີ່ຜ່ານມາ; ກຳນົດທິດທາງຮ່ວມມືໃນໄລຍະຈະມາເຖິງ.

    

ສະພາບການໂອ້ລົມສົນທະນານະໂຍບາຍປ້ອງກັນຊາດຫວຽດນາມ-ອາເມລິກາ ປີ 2022 (ພາບ: TTXVN)

ຕອນເຊົ້າວັນທີ 12 ກັນຍາ, ຢູ່ຮ່າໂນ້ຍ, ທ່ານພົນໂທຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ທ່ານ ປອ Ely Ratner, ຜູ້ຊ່ວຍວຽກລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ຮັບຜິດຊອບບັນດາບັນຫາຄວາມໝັ້ນຄົງພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ ໄດ້ເປັນປະທານຮ່ວມ ການໂອ້ລົມສົນທະນານະໂຍບາຍປ້ອງກັນຊາດຫວຽດນາມ-ອາເມລິກາ ປີ 2022. ການໂອ້ລົມສົນທະນາຄັ້ງນີ້ ເພື່ອແນໃສ່ຕີລາຄາໝາກຜົນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະທີ່ຜ່ານມາ; ກຳນົດທິດທາງຮ່ວມມືໃນໄລຍະຈະມາເຖິງ.

ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ຕີລາຄາວ່າການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ໄດ້ພັດທະນາສອດຄ່ອງກັບບົດບັນທຶກຊ່ວຍຈຳ ກ່ຽວກັບການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດປີ 2011 ແລະ ຖະແຫຼງການວິໄສທັດລວມກ່ຽວກັບການພົວພັນດ້ານປ້ອງກັນຊາດປີ 2015; ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນສອງປະເທດ ກໍ່ຄືບັນດາການເຄື່ອນໄຫວກະກຽມສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ອາເມລິກາ (2013-2023).

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top