• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ເລົ່າ “ເລື່ອງ​ລາວ​ເຂດ​ພູ​ສູງ” ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ

ພາບແຕ້ມແຕ່ລະແຜ່ນແມ່ນເລື່ອງລາວ, ມູມມອງໜຶ່ງກ່ຽວກັບຊີວິດອັນລຽບງ່າຍຂອງປະຊາຊົນເຂດພູສູງ, ສ່ອງແສງວິຖີຊີວິດປະຈຳວັນ, ຮີດຄອງປະເພນີ ແລະ ຮູບພາບຂອງປະຊາຊົນເຂດພູສູງທີ່ງຽບງ່າຍ, ສັດຊື່ບໍລິສຸດ ແລະ ສະໜິດສະໜົມ ໄດ້ຢ່າງແທ້ຈິງ.
ພໍ່ແມ່ປະຊາຊົນເຜົ່າຢ້າວ ແຂວງ ບັກຢາງ ຢ້ຽມຊົມງານວາງສະແດງ (ພາບ: TTXVN)

ນັບແຕ່ວັນທີ 26 ພຶດສະພາ - 4 ມິຖຸນາ ຢູ່ຫໍວາງສະແດງວິຈິດຕະກຳ, ຢູ່ເຮືອນເລກທີ 16 ຖະໜົນ ໂງກວຽນ, ຮ່າໂນ້ຍ ໄດ້ດຳເນີນງານວາງສະແດງຮູບແຕ້ມດ້ວຍຫົວຂໍ້ “ເລື່ອງລາວເຂດພູສູງ”. ງານວາງສະແດງດັ່ງກ່າວ ໂດຍຄູຝຶກມວຍ - ຈິດຕະກອນ ເຫືອງເຕິມເດືອງ (ຫງວຽນຈີເຮືອງ) ແລະ ຈິດຕະກອນ ເຈິ່ນງວຽນເຖ ສົມທົບກັນຈັດຂຶ້ນ.

         ງານວາງສະແດງດັ່ງກ່າວ ໄດ້ວາງສະແດງພາບແຕ້ມ 50 ແຜ່ນ, ໂດຍເປັການເລົ່າເລື່ອງຂອງຈິດຕະກອນທັງ 2 ທ່ານຜ່ານພາສາຈິດຕະກຳ ທີ່ໄດ້ແຕ້ມດ້ວຍສີຂັດມັນ ແລະ ອາຄະລີລິກ. ພາບແຕ້ມແຕ່ລະແຜ່ນແມ່ນເລື່ອງລາວ, ມູມມອງໜຶ່ງກ່ຽວກັບຊີວິດອັນລຽບງ່າຍຂອງປະຊາຊົນເຂດພູສູງ, ສ່ອງແສງວິຖີຊີວິດປະຈຳວັນ, ຮີດຄອງປະເພນີ ແລະ ຮູບພາບຂອງປະຊາຊົນເຂດພູສູງທີ່ງຽບງ່າຍ, ສັດຊື່ບໍລິສຸດ ແລະ ສະໜິດສະໜົມ ໄດ້ຢ່າງແທ້ຈິງ.

(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ສອງ​ຝ່າຍ​ຢັ້ງ​ຢືນ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່ AIPA, ສະ​ຫະ​ພັນ ລັດ​ຖະ​ສະ​ພາ ໂລກ (IPU), ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ອາ​ຊີ - ປາ​ຊີ​ຟິກ (APPF) ແລະ ສະ​ພາ​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ຝ​ລັ່ງ​ໂກ​ໂຟ​ນີ (APF).

Top