• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ເລືອ​ກ​ຕັ້ງ​ກາງ​ສະ​ໄໝ​ຢູ່ ອາ​ເມ​ລິ​ກາ: ຄວາມ​ເຄັ່ງ​ຕຶງ​ກ່ອນ​ວັນ​ປ່ອນ​ບັດ

ຂໍ້​ຂັດ​ແຍ້ງ​ລະ​ຫວ່າງ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ພັກ​ປະ​ຊາ​ທິ​ປະ​ໄຕ​ໃນ​ການ​ຊ່ວງ​ເສັງ​ເຂົ້າ​ສະ​ພາ​ສູງ​ຢູ່​ລັດ Michigan Abdul El-Sayed ແລະ ອະດີດຄູ່​ແຂ່ງ​ຂອງ​ທ່ານ​ໃນ​ການ​ເລືອກ​ຕັ້ງ​ເບື້ອງ​ຕົ້ນ, ທ່ານ Haley Stevens ສະ​ມາ​ຊິກສະ​ພາ​ຕ່ຳ ໄດ້​ກາຍ​ເປັນ​ຈຸດສຸມ​ຂອງ​ຄວາມ​ສົນ​ໃຈ ໃນ​ຊຸມ​ວັນ​ສຸດ​ທ້າຍ​ຂອງ​ບັ້ນ​ເລືອກ​ຕັ້ງ.
ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄປ​ປ່ອນ​ບັດ​ກ່ອນ​ເວ​ລາ​ກຳ​ນົດ ​ຢູ່​ສະ​ຖານ​ທີ່​ເລືອກ​ຕັ້ງ​ແຫ່ງ​ໜຶ່ງ ຂອງ​ອາ​ເມ​ລິ​ກາ (ພາບ: VNA)

ໃນ​ທົ່ວ​ປະ​ເທດ​ ອາ​ເມ​ລິ​ກາ, ບັນ​ດາ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ສອງ​ພັກ​ ປະ​ຊາ​ທິ​ປະ​ໄຕ ແລະ ສາ​ທາ​ລະ​ນະ ພວມ​ຍົກ​ອອກ​ບັນ​ດາ​ສານ​ຂົນ​ຂວາຍ​ສຸດ​ທ້າຍ​ເພື່ອ​ແນ​ໃສ່​ເຊີນຊວນ​​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ອນ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ໃນ​ວັນ​ທີ 3 ພະ​ຈິກ, ເຫດ​ການ​ຈະ​ຕັດ​ສິນ​ພັກ​ໃດ​ຄວບ​ຄຸມ​ສະ​ພາ​ແຫ່ງ​ຊາດ​ໃນ ສອງ​ປີ​ທ້າຍ​ຂອງ​ສະ​ໄໝ​ປະ​ທາ​ນາ​ທິ​ບໍ​ດີ Donald Trump.

ຂໍ້​ຂັດ​ແຍ້ງ​ລະ​ຫວ່າງ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ພັກ​ປະ​ຊາ​ທິ​ປະ​ໄຕ​ໃນ​ການ​ຊ່ວງ​ເສັງ​ເຂົ້າ​ສະ​ພາ​ສູງ​ຢູ່​ລັດ Michigan Abdul El-Sayed ແລະ ອະດີດຄູ່​ແຂ່ງ​ຂອງ​ທ່ານ​ໃນ​ການ​ເລືອກ​ຕັ້ງ​ເບື້ອງ​ຕົ້ນ, ທ່ານ Haley Stevens ສະ​ມາ​ຊິກສະ​ພາ​ຕ່ຳ ໄດ້​ກາຍ​ເປັນ​ຈຸດສຸມ​ຂອງ​ຄວາມ​ສົນ​ໃຈ ໃນ​ຊຸມ​ວັນ​ສຸດ​ທ້າຍ​ຂອງ​ບັ້ນ​ເລືອກ​ຕັ້ງ. ການ​ຢັ່ງ​ຫາງ​ສຽງ ສະ​ແດງ​ໃຫ້​ເຫັນ​ວ່າ ພັກ​ປະ​ຊາ​ທິ​ປະ​ໄຕ ພວມ​ນຳ​ໜ້າ​ໃນ​ການ​ຊ່ວງ​ເສັງເຂົ້າ​ສະ​ພາ​ສູງຢູ່​ລັດ ​ Texas, Michigan ແລະ Maine. ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນ​ດາ​ການ​ຊ່ວງ​ເສັງຍັງ​​ດຸ​ເດືອດ ເມື່ອ​ການ​ເລືອກ​ຕັ້ງກາງ​ສະ​ໄໝ ໃນວັນ​ທີ 3 ພະ​ຈິກ ​ໃກ້ຈະມາຮອດ​ແລ້ວ.

ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ພັກ​ສາ​ທາ​ລະ​ນະ ກ່ອນ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ, ທ່ານ Donald Trump ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໄດ້ເຊື່ອມ​ຕໍ່ຄືນ​ແຜນ​ກາ​ນ​ຈັດ​ຕັ້ງ​ບັນ​ດາ​ການ​ຂົນ​ຂວາຍ​ໂດຍ​ກົງ​ຢູ່​ສອງ​ລັດ Iowa ແລະ Kansas ໃນ​ວັນ​ທີ 1 ພະ​ຈິກ, ເຖິງ​ວ່າກ່ອນນັ້ນໄດ້​ຕັດ​ສິນ​ໃຈໂຈະບັນ​ດາ​ເຫດ​ການ​ນີ້ ເພື່ອ​ຫັນ​ປ່ຽນ​ໄປ​ຍັງ​ຮູບ​ແບບ​ຂົນ​ຂວາຍ​ທາງ​ໄກ.

(ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ສອນ​ໄຊ ສີ​ພັນ​ດອນ ມາ​ຮອດ ຮ່າ​ໂນ້ຍ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ສອນ​ໄຊ ສີ​ພັນ​ດອນ ມາ​ຮອດ ຮ່າ​ໂນ້ຍ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ການ​ຢ້ຽ​ມ​ຢາມ​ຄັ້ງ​ນີ້ ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ການ​ນຳ​ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ ພ້ອມ​ກັນ​ແລກ​ປ່ຽນ ແລະ ຕີ​ລາ​ຄາ​ບັນ​ດາ​ໝາກ​ຜົນ​ການ​ຮ່ວມ​ມື​ທີ່​ບັນ​ລຸ​ໄດ້....

Top