ຂໍ້ຂັດແຍ້ງລະຫວ່າງຜູ້ສະໝັກຮັບເລືອກຕັ້ງພັກປະຊາທິປະໄຕໃນການຊ່ວງເສັງເຂົ້າສະພາສູງຢູ່ລັດ Michigan Abdul El-Sayed ແລະ ອະດີດຄູ່ແຂ່ງຂອງທ່ານໃນການເລືອກຕັ້ງເບື້ອງຕົ້ນ, ທ່ານ Haley Stevens ສະມາຊິກສະພາຕ່ຳ ໄດ້ກາຍເປັນຈຸດສຸມຂອງຄວາມສົນໃຈ ໃນຊຸມວັນສຸດທ້າຍຂອງບັ້ນເລືອກຕັ້ງ.
ຜູ້ມີສິດເລືອກຕັ້ງໄປປ່ອນບັດກ່ອນເວລາກຳນົດ ຢູ່ສະຖານທີ່ເລືອກຕັ້ງແຫ່ງໜຶ່ງ ຂອງອາເມລິກາ (ພາບ: VNA)
ໃນທົ່ວປະເທດ ອາເມລິກາ, ບັນດາຜູ້ສະໝັກຮັບເລືອກຕັ້ງສອງພັກ ປະຊາທິປະໄຕ ແລະ ສາທາລະນະ ພວມຍົກອອກບັນດາສານຂົນຂວາຍສຸດທ້າຍເພື່ອແນໃສ່ເຊີນຊວນຜູ້ມີສິດເລືອກຕັ້ງກ່ອນການເລືອກຕັ້ງກາງສະໄໝໃນວັນທີ 3 ພະຈິກ, ເຫດການຈະຕັດສິນພັກໃດຄວບຄຸມສະພາແຫ່ງຊາດໃນ ສອງປີທ້າຍຂອງສະໄໝປະທານາທິບໍດີ Donald Trump.
ຂໍ້ຂັດແຍ້ງລະຫວ່າງຜູ້ສະໝັກຮັບເລືອກຕັ້ງພັກປະຊາທິປະໄຕໃນການຊ່ວງເສັງເຂົ້າສະພາສູງຢູ່ລັດ Michigan Abdul El-Sayed ແລະ ອະດີດຄູ່ແຂ່ງຂອງທ່ານໃນການເລືອກຕັ້ງເບື້ອງຕົ້ນ, ທ່ານ Haley Stevens ສະມາຊິກສະພາຕ່ຳ ໄດ້ກາຍເປັນຈຸດສຸມຂອງຄວາມສົນໃຈ ໃນຊຸມວັນສຸດທ້າຍຂອງບັ້ນເລືອກຕັ້ງ. ການຢັ່ງຫາງສຽງ ສະແດງໃຫ້ເຫັນວ່າ ພັກປະຊາທິປະໄຕ ພວມນຳໜ້າໃນການຊ່ວງເສັງເຂົ້າສະພາສູງຢູ່ລັດ Texas, Michigan ແລະ Maine. ເຖິງຢ່າງໃດກໍຕາມ, ບັນດາການຊ່ວງເສັງຍັງດຸເດືອດ ເມື່ອການເລືອກຕັ້ງກາງສະໄໝ ໃນວັນທີ 3 ພະຈິກ ໃກ້ຈະມາຮອດແລ້ວ.
ໃນຄວາມມານະພະຍາຍາມເພື່ອແນໃສ່ໜູນຊ່ວຍພັກສາທາລະນະ ກ່ອນການເລືອກຕັ້ງກາງສະໄໝ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ເຊື່ອມຕໍ່ຄືນແຜນການຈັດຕັ້ງບັນດາການຂົນຂວາຍໂດຍກົງຢູ່ສອງລັດ Iowa ແລະ Kansas ໃນວັນທີ 1 ພະຈິກ, ເຖິງວ່າກ່ອນນັ້ນໄດ້ຕັດສິນໃຈໂຈະບັນດາເຫດການນີ້ ເພື່ອຫັນປ່ຽນໄປຍັງຮູບແບບຂົນຂວາຍທາງໄກ.