• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ: ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ Obama ສະ​ໜັບ​ສະ​ໜູນ ທ່າ​ນນາງ Kamala Harris ຫາ​ສຽງ​ເລືອກ​ຕັ້ງ

ວັນທີ 26 ກໍລະກົດ, ທ່ານອະດີດປະທານາທິບໍດີ ອາເມລິກາ Barack Obama ຖະແຫຼງການສະໜັບສະໜູນທ່ານນາງຮອງປະທານາທິບໍດີ Kamala Harris ອອກຫາສຽງເລືອກຕັ້ງປະທານາທິບໍດີ.
ທ່ານນາງຮອງປະທານາທິບໍດີ Kamala Harris (ພາບ: TTXVN)

ໃນສື່ສັງຄົມອອນລາຍ X, ທ່ານ Obama ໃຫ້ຄຳໝັ້ນສັນຍາວ່າ ຈະເຮັດທຸກວິທີທາງຈົນສຸດຄວາມສາມາດຂອງຕົນ ເພື່ອຮັບປະກັນໃຫ້ທ່ານນາງ Kamala Harris ຈະຍາດໄດ້ໄຊຊະນະໃນເດືອນ ພະຈິກ ຈະມາເຖິງ ແລະ ຮຽກຮ້ອງທຸກຄົນຈົ່ງພ້ອມກັນມານະພະຍາຍາມ.

ທ່ານ Barack Obama ຮັບດຳລົງຕຳແໜ່ງປະທານາທິບໍດີ ອາເມລິກາ 8 ປີ ນັບແຕ່ເມື່ອໄດ້ຮັບໄຊຊະນະໃນການເລືອກຕັ້ງຄັ້ງເມື່ອປີ 2008. ທ່ານແມ່ນສະມາຊິກພັກປະຊາທິປະໄຕຄົນຫຼ້າສຸດ ທີ່ຖະແຫຼງຈະສະໜັບສະໜູນທ່ານນາງ Kamala Harris  ພາຍຫຼັງປະທານາທິບໍດີ ຄົນປັດຈຸບັນ ທ່ານ Joe Biden ຖະແຫຼງວ່າ ຈະຖອນຕົວອອກຈາກການແຂ່ງຂັນເຂົ້າທຳນຽບຂ່າວ ໃນວັນທີ 21 ກໍລະກົດ ຜ່ານມາ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ຫຼຸ​ດ​ຜ່ອນ​ການ​ປ່ອຍ​ອາຍ​ພິດ​ລົງ​ເປັນ 0

ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ຫຼຸ​ດ​ຜ່ອນ​ການ​ປ່ອຍ​ອາຍ​ພິດ​ລົງ​ເປັນ 0

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ຍົກ​ອອກ 03 ການກຳ​ນົດ​ທິດ​​ການ​ຮ່ວມ​ມື​ທີ່​ສຳ​ຄັນ ເພື່ອ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ພະ​ລັງ​ງານ ແລະ ຮັກ​ສາ​ລະ​ບົບ​ສະ​ໜອງ.

Top