ຂ່າວສານ

ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ: ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ Obama ສະ​ໜັບ​ສະ​ໜູນ ທ່າ​ນນາງ Kamala Harris ຫາ​ສຽງ​ເລືອກ​ຕັ້ງ

ວັນທີ 26 ກໍລະກົດ, ທ່ານອະດີດປະທານາທິບໍດີ ອາເມລິກາ Barack Obama ຖະແຫຼງການສະໜັບສະໜູນທ່ານນາງຮອງປະທານາທິບໍດີ Kamala Harris ອອກຫາສຽງເລືອກຕັ້ງປະທານາທິບໍດີ.
ທ່ານນາງຮອງປະທານາທິບໍດີ Kamala Harris (ພາບ: TTXVN)

ໃນສື່ສັງຄົມອອນລາຍ X, ທ່ານ Obama ໃຫ້ຄຳໝັ້ນສັນຍາວ່າ ຈະເຮັດທຸກວິທີທາງຈົນສຸດຄວາມສາມາດຂອງຕົນ ເພື່ອຮັບປະກັນໃຫ້ທ່ານນາງ Kamala Harris ຈະຍາດໄດ້ໄຊຊະນະໃນເດືອນ ພະຈິກ ຈະມາເຖິງ ແລະ ຮຽກຮ້ອງທຸກຄົນຈົ່ງພ້ອມກັນມານະພະຍາຍາມ.

ທ່ານ Barack Obama ຮັບດຳລົງຕຳແໜ່ງປະທານາທິບໍດີ ອາເມລິກາ 8 ປີ ນັບແຕ່ເມື່ອໄດ້ຮັບໄຊຊະນະໃນການເລືອກຕັ້ງຄັ້ງເມື່ອປີ 2008. ທ່ານແມ່ນສະມາຊິກພັກປະຊາທິປະໄຕຄົນຫຼ້າສຸດ ທີ່ຖະແຫຼງຈະສະໜັບສະໜູນທ່ານນາງ Kamala Harris  ພາຍຫຼັງປະທານາທິບໍດີ ຄົນປັດຈຸບັນ ທ່ານ Joe Biden ຖະແຫຼງວ່າ ຈະຖອນຕົວອອກຈາກການແຂ່ງຂັນເຂົ້າທຳນຽບຂ່າວ ໃນວັນທີ 21 ກໍລະກົດ ຜ່ານມາ.


top