ຕາມຕົວເລກໃນເບື້ອງຕົ້ນແລ້ວ, ພັກປະຊາຊົນ PP ບັນລຸໄດ້ບັດສະໜັບສະໜູນ 32,7% ບັດເລືອກຕັ້ງ, ພັກສັງຄົມ PSOE ຂອງທ່ານນາຍົກລັດຖະມົນຕີ Pedro Sánchez ບັນລຸໄດ້ 31,9%. ພັກຂວາຈັດ ແລະ ພັກຂະບວນການຊ້າຍຈັດ Sumar ບັນລຸໄດ້ 12,4 ແລະ 12,3% ຈຳນວນບັດເລືອກຕັ້ງຕາມລຳດັບ.
ໝາກຜົນດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ, ສະຫະພັນຝ່າຍຂວາ ລະຫວ່າງພັກ PP ແລະ Vox ອາດຈະຂຶ້ນກຳອຳນາດນຳພາປະເທດ. ດ້ານອື່ນ, ຝ່າຍຊ້າຍ ເຊິ່ງເປັນສຳພັນທະມິດລະຫວ່າງພັກສັງຄົມກຳອຳນາດ ແລະ ພັກ Sumar ອາດຈະມີ 153 ບ່ອນນັ່ງ. ສຳພັນທະມິດດັ່ງກ່າວ ຕ້ອງການ 23 ບ່ອນນັ່ງຕື່ມອີກ ຈຶ່ງສາມາດບັນລຸໄດ້ຈຳນວນບ່ອນນັ່ງສ່ວນຫຼາຍຢູ່ສະພາແຫ່ງຊາດ. ເຖິງວ່າປະສົບກັບຄວາມຫຍຸ້ງຍາກກໍ່ຕາມແຕ່ ພັກ PSOE ຂອງທ່ານນາຍົກລັດຖະມົນຕີ ແອດສະປາຍ ຍັງຕັ້ງຄວາມຫວັງວ່າ ຈະສືບຕໍ່ກຳອຳນາດ ຖ້າຫາກວ່າ Sánchez ສາມາດເກ້ຍກ່ອມບັນດາພັກຝ່າຍນ້ອຍຢູ່ເຂດ Catalonia ຫຼືເຂດ Basque ເຂົ້າຮ່ວມສະຫະພັນຂອງຕົນ.








