• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ເດີ​ນ​ທາງ​ບໍ​ລິ​ຈາກ​ເລືອດ - 10 ປີ​ “ເຊື່ອມ​ຕໍ່​ສາຍ​ເລືອດ​ຫວຽດ”

ນແຕ່ລະປີ, ການເດີນທາງ ບໍລິຈາກເລືອດລ້ວນແຕ່ສ້າງລະດັບສະຖິຕິໃໝ່ກ່ຽວກັບຈຳນວນວັນຈັດຕັ້ງ, ຈຳນວນທ້ອງຖິ່ນເຂົ້າຮ່ວມ ແລະ ຈຳນວນຫົວໜ່ວຍເລືອກທີ່ຮັບໄດ້.
  ກອງປະຊຸມສະຫຼຸບ 10 ປີແຫ່ງການປະຕິບັດລາຍການການເດີນທາງບໍລິຈາກເລືອດ - ເຊື່ອມຕໍ່ສາຍເລືອດຫວຽດ (2013 - 2022) (ພາບ: TTXVN)  

ວັນທີ 30 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານນາງຮອງປະທານປະເທດຫວໍທິແອັງຊວັນໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບ 10 ປີແຫ່ງການປະຕິບັດລາຍການການເດີນທາງບໍລິຈາກເລືອດ - ເຊື່ອມຕໍ່ສາຍເລືອດຫວຽດ (2013 - 2022). ໂດຍໄດ້ສ້າງຕັ້ງຂຶ້ນແຕ່ປີ 2013 ໃນຄວາມຈຳເປັນຂອງການຮັບປະກັນແຫຼ່ງສະໜອງເລືອດໃຫ້ແກ່ການປິ່ນປົວສຸກເສີນ, ການເດີນທາງ ບໍລິຈາກເລືອດ ໄດ້ກາຍເປັນການເຄື່ອນໄຫວຈຸດສຸມ ຂອງຍຸດທະສາດ “ຢາດເລືອດແດງຍາມລະດູຮ້ອນ” ຂອງທຸກປີແລະນັບມື້ນັບມີການເຂົ້າຮ່ວມຂອງຫຼາຍທ້ອງຖິ່ນ, ການຕອບສະໜອງຂອງພໍ່ແມ່ປະຊາຊົນເປັນຈຳນວນຫຼາຍ.

ໃນແຕ່ລະປີ, ການເດີນທາງ ບໍລິຈາກເລືອດລ້ວນແຕ່ສ້າງລະດັບສະຖິຕິໃໝ່ກ່ຽວກັບຈຳນວນວັນຈັດຕັ້ງ, ຈຳນວນທ້ອງຖິ່ນເຂົ້າຮ່ວມ ແລະ ຈຳນວນຫົວໜ່ວຍເລືອກທີ່ຮັບໄດ້. ປະລີມານເລືອດໄດ້ຮັບຈາກການເດີນທາງ ບໍລິຈາກເລືອດ ບໍ່ພຽງແຕ່ປະກອບສ່ວນເຂົ້າໃນແຫຼ່ງສະໜອງເລືອດໃຫ້ແກ່ການປິ່ນປົວສຸກເສີນຢູ່ບັນດາທ້ອງຖິ່ນໃນເວລາຂາດເລືອດຍາມລະດູຮ້ອນເທົ່ານັ້ນ ຫາກຍັງປະກອບສ່ວນດັດປັບເລືອດໃນຂອບເຂດທົ່ວປະເທດອີກດ້ວຍ. ຄົບຮອບ 10 ປີທີ່ໄດ້ ຜ່ານຜ່າຄວາມຫຍຸ້ງຍາກ, ມາຮອດປັດຈຸບັນການເດີນທາງ ບໍລິຈາກເລືອດ ບັນລຸໄດ້ເປົ້າໝາຍແລະພາລະກິດທີ່ວາງອອກນັ້ນແມ່ນ: ປະກອບສ່ວນຍົກສູງສະຕິຄວາມຮັບຮູ້ຂອງປະຊາຊົນນັບລ້ານຄົນກ່ຽວກັບການບໍລິຈາກເລືອດ, ເປີດກວ້າງເປົ້າໝາຍເຂົ້າຮ່ວມການບໍລິຈາກເລືອດ, ແກ້ໄຂສະພາບການຂາດເລືອດຍາມລະດູຮ້ອນໂດຍພື້ນຖານ, ເປັນຕົ້ນແມ່ນໃນໄລຍະເກີດພະຍາດໂຄວິດ - 19 ຜ່ານມາ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top