• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຢູ່​ຕ່າງ​ປະ​ເທດຄັ້ງ​ທຳ​ອິດ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຊົ່ວ​ຄາວ​ຊີຣີ

ສື່ມວນຊົນອາຣັບບິຊາອຸດິໄດ້ໃຫ້ຂ່າວວ່າວັນທີ2 ກຸມພາທ່ານ Ahmed Al-Sharaa, ປະທານາທິບໍດີຊົ່ວຄາວຊີຣີຈະທຳການຢ້ຽມຢາມປະເທດນີ້.
ທ່ານ Ahmed Al-Sharaa, ປະທານາທິບໍດີຊົ່ວຄາວຊີຣີ (ພາບ: Reuters)

ວັນທີ1ກຸມພາ, ສື່ມວນຊົນອາຣັບບິຊາອຸດິໄດ້ໃຫ້ຂ່າວວ່າວັນທີ2 ກຸມພາທ່ານ Ahmed Al-Sharaa, ປະທານາທິບໍດີຊົ່ວຄາວຊີຣີຈະທຳການຢ້ຽມຢາມປະເທດນີ້. ນີ້ແມ່ນການເດີນທາງໄປປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດຂອງທ່ານAhmed Al-Sharaa ພາຍຫຼັງໄດ້ຮັບດຳລົງຕຳແໜ່ງເປັນປະທານາທິບໍດີຊົ່ວຄາວຂອງ ຊີຣີໃນວັນທີ29/1.ການຢ້ຽມຢາມຄາດວ່າແກ່ຍາວເປັນສອງວັນ, ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງສອງປະເທດ.

ເດື່ອນກ່ອນ, ທ່ານຢັ້ງຢືນວ່າອາຣັບບິຊາອຸດິສວມບົດບາດໃຫຍ່ໃນອະນາຄົດຂອງຊີຣີ, ພ້ອມທັງຊີ້ໃຫ້ເຫັນບັນດາກາລະໂອກາດລົງທຶນໃຫ້ແກ່ທຸກປະເທດບ້ານໃກ້ເຮືອນຄຽງ. ອະທິດກ່ອນ, ທ່ານFaisal bin Farhan ລັດຖະມົນຕີການຕ່າງປະເທດອາຣັບບິ ຊາອຸດິດໄດ້ໄປຢ້ຽມຢາມຊີຣີໂດຍໃຫ້ຮູ້ວ່າຈະໜູນຊ່ວຍປະເທດນີ້ໃນກນຍົກອອກບັນດາຄຳສັ່ງລົງໂທດສາກົນ, ທີ່ໄດ້ຈັດວາງໃສ່ພາຍໃນອາຍຸການທ່ານປະທານາທິບໍດີຊີີຣີ Bashar Al-Assad ກຳອຳນາດ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນເຖິງຄຸນ​ງາມ​ຄວາມ​ດີ​ໃນ​ການ​ປະ​ກອບ​ສ່ວນ​ທີ່​ຍິ່ງ​ໃຫຍ່​ຂອງ​ສະ​ຫາຍທີ່ມີ​ຕໍ່​ການ​ເພີ່ມ​ພ​ູນ​ຄູນ​ສ້າງການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ.

Top