• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ, ສະ​ແດງ​ສິ​ລະ​ປະ​ພິ​ເສດ​ຮັບ​ໃຊ້ ປ​ຊ​ຊ ໃນ​ໂອ​ກາດ​ວັນ​ຊາດ ຫວຽດ​ນາມ ທີ 2 ກັນ​ຍາ

ໃນ​ໂອ​ກາດ​ວັນ​ຊາດ ຫວຽດ​ນາມ ຄື​ວັນ​ທີ 2 ກັນ​ຍາ, ຫຼາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ ໄດ້​ຈັດ​ບັນ​ດາ​ລາຍ​ການ​ວັດ​ທະ​ນະ​ທຳ, ສະ​ແດງ​ສິ​ລະ​ປະ, ການ​ເຄື່ອນ​ໄຫວ​ລົງ​ຕົວ​ຈິງ​ຮັບ​ໃຊ້ ປ​ຊ​ຊ ແລະ ແຂກ​ທ່ອງ​ທ່ຽວ
  ລາຍການສິລະປະທີ່ສະຖານທີ່ມໍລະດົກແຫ່ງຊາດພິເສດ ວັນມ໋ຽວ - ກວັກຕື໋ຢາມ. ພາບ: VNA  

ຢູ່ ຮ່າ​ໂນ້ຍ, ເຂດ​ຮ່ອງ​ຮອຍ ວັນ​ມຽວ-ກວັກ​ຕື້​ຢາມ ມີຫຼາຍ​ກິດ​ຈະ​ກຳ​ຄື: ການ​ລະຫຼີ້ນ​ພື້ນ​ເມືອງ, ເຄື່ອນ​ເໜັງ, ສະ​ແດງ​ສິ​ລະ​ປະ…

ເຂດ​ຮ່ອຍ​ຮອຍ​ປະ​ຫ​ວັດ​ສາດ​ຄຸກ ຫວາ​ລໍ່​ມີ​ການ​ພົບ​ປະ​ແລກ​ປ່ຽນ​ກັບ​ຕົວ​ພະ​ຍານ​ປະ​ຫວັດ​ສາດ, ສະ​ແດງ​ບົດ​ລະ​ຄອນ, ວາງ​ສະ​ແດງ​ຫົວ​ເລື່ອງ​ສະ​ເພາະ. ສ່ວນ​ຢູ່​ຫໍ​ພິ​ພິ​ຕະ​ພັນ ຮ່າ​ໂນ້ຍ ໄດ້​ວາງ​ສະ​ແດງ​ການ​ວາງ​ແຜນ​ຜັງ​ນະ​ຄອນຫຼວງ ວິ​ໄສ​ທັດ 100 ປີ, ງ​ານ​ວາງ​ສະ​ແດງ​ພາບ​ຖ່າຍ “ຮ່າ​ໂນ້ຍ​ໃນ​ດວງ​ໃຈ​ຂອງ​ຂ້ອຍ”, ການ​ປັ້ນ​ຕໍ່​ແຮ ຊັວນ​ລາ, ເຮັດ​ວີ ຈ່າງ​ເຊີນ….

ສະ​ເພາະ​ໃນ​ວັນ​ທີ 2 ກັນ​ຍາ, ນະ​ຄອນໄດ້​ເປີດ​​ປະ​ຕູ​ 17 ແຫ່ງ​ຢ້ຽມ​ຢາມ​ສາ​ທາ​ລະ​ນະ ໂດຍບໍ່​ເກັບ​ຄ່າ. ທ່ານ ຟ້າມ​ຕວັນ​ລອງ, ຫົວ​ໜ້າ​ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ນະ​ຄອນ ຮ່າ​ໂນ້ຍ ໃຫ້​ຮ​ູ້​ວ່າ:

ຮອດ​ຈຸດ​ເວ​ລານີ້, ເພື່ອ​ກະ​ກຽ​ມ​ຮັບ​ໃຊ້​ວັນ​ພັກ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 81 ປີ​ແຫ່ງວັນ​ຊາດ ຫວຽດ​ນາມ, ນະ​ຄອນ ຮ່າ​ໂນ້ຍ ໄດ້​ຜັນ​ຂະ​ຫຍ່າຍ​ພ້ອມ​ກັນ​ວຽກ​ງານ​ຕ່າງໆ​ຄື: ປະ​ດັບ​ປະ​ດາຕົວ​ເມືອງ, ຮັບ​ປະ​ກັນ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອນ​ທາງ​ຄົມ​ມະ​ນາ​ຄົມ, ອະ​ນາ​ໄມ​ສິ່ງ​ແວດ​ລ້ອມ ແລະ ພິ​ເສດ ແນະ​ນຳ​ບັນ​ດາ​ທ້ອງ​ຖິ່ນ​ເພື່ອ​ຮັບ​ປະ​ກັນ​ວຽກ​ງານ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ​ເປັນ​ຈຳ​ນວນຫຼາຍ​ມາ​ນະ​ຄອນຫຼວງ.

ໂດຍ: VNP/VNA

ຫວຽດ​ນາມ ຍ​າມ​ໃດ​ກໍ່​ໃຫ້​ບຸ​ລິ​ມະ​ສິດ​ສູງ​ສຸດ​ແກ່​ການ​ເພີ່ມ​ພູ​ນ​ຄູນ​ສ້າງ ແລະ ພັດ​ທະ​ນາ​ສາຍ​ພົວ​ພັນ ຫວຽດ​ນາມ - ລາວ

ຫວຽດ​ນາມ ຍ​າມ​ໃດ​ກໍ່​ໃຫ້​ບຸ​ລິ​ມະ​ສິດ​ສູງ​ສຸດ​ແກ່​ການ​ເພີ່ມ​ພູ​ນ​ຄູນ​ສ້າງ ແລະ ພັດ​ທະ​ນາ​ສາຍ​ພົວ​ພັນ ຫວຽດ​ນາມ - ລາວ

ນາຍົກລັດຖະມົນຕີຫວຽດນາມ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການການພົວພັນທາງດ້ານການເມືອງ - ການຕ່າງປະເທດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສອງ​ປະ​ເທດ​ທີ່ ສືບຕໍ່ໄດ້ຮັບການຮັກສາ ແລະ ຄວາມໄວ້ເນື້ອເຊື່ອໃຈສູງ

Top