ໃນໂອກາດວັນຊາດ ຫວຽດນາມ ຄືວັນທີ 2 ກັນຍາ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດບັນດາລາຍການວັດທະນະທຳ, ສະແດງສິລະປະ, ການເຄື່ອນໄຫວລົງຕົວຈິງຮັບໃຊ້ ປຊຊ ແລະ ແຂກທ່ອງທ່ຽວ
ລາຍການສິລະປະທີ່ສະຖານທີ່ມໍລະດົກແຫ່ງຊາດພິເສດ ວັນມ໋ຽວ - ກວັກຕື໋ຢາມ. ພາບ: VNA
ຢູ່ ຮ່າໂນ້ຍ, ເຂດຮ່ອງຮອຍ ວັນມຽວ-ກວັກຕື້ຢາມ ມີຫຼາຍກິດຈະກຳຄື: ການລະຫຼີ້ນພື້ນເມືອງ, ເຄື່ອນເໜັງ, ສະແດງສິລະປະ…
ເຂດຮ່ອຍຮອຍປະຫວັດສາດຄຸກ ຫວາລໍ່ມີການພົບປະແລກປ່ຽນກັບຕົວພະຍານປະຫວັດສາດ, ສະແດງບົດລະຄອນ, ວາງສະແດງຫົວເລື່ອງສະເພາະ. ສ່ວນຢູ່ຫໍພິພິຕະພັນ ຮ່າໂນ້ຍ ໄດ້ວາງສະແດງການວາງແຜນຜັງນະຄອນຫຼວງ ວິໄສທັດ 100 ປີ, ງານວາງສະແດງພາບຖ່າຍ “ຮ່າໂນ້ຍໃນດວງໃຈຂອງຂ້ອຍ”, ການປັ້ນຕໍ່ແຮ ຊັວນລາ, ເຮັດວີ ຈ່າງເຊີນ….
ສະເພາະໃນວັນທີ 2 ກັນຍາ, ນະຄອນໄດ້ເປີດປະຕູ 17 ແຫ່ງຢ້ຽມຢາມສາທາລະນະ ໂດຍບໍ່ເກັບຄ່າ. ທ່ານ ຟ້າມຕວັນລອງ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:
ຮອດຈຸດເວລານີ້, ເພື່ອກະກຽມຮັບໃຊ້ວັນພັກໃນໂອກາດສະເຫຼີມສະຫຼອງ 81 ປີແຫ່ງວັນຊາດ ຫວຽດນາມ, ນະຄອນ ຮ່າໂນ້ຍ ໄດ້ຜັນຂະຫຍ່າຍພ້ອມກັນວຽກງານຕ່າງໆຄື: ປະດັບປະດາຕົວເມືອງ, ຮັບປະກັນຄວາມເປັນລະບຽບຮຽບຮ້ອນທາງຄົມມະນາຄົມ, ອະນາໄມສິ່ງແວດລ້ອມ ແລະ ພິເສດ ແນະນຳບັນດາທ້ອງຖິ່ນເພື່ອຮັບປະກັນວຽກງານຮັບໃຊ້ແຂກທ່ອງທ່ຽວເປັນຈຳນວນຫຼາຍມານະຄອນຫຼວງ.