ຂ່າວສານ
ການເຄື່ອນໄຫວວັດທະນະທຳມະນຸດ ແລະ ເຕັມໄປດ້ວຍນ້ຳໃຈສາກົນອັນສູງສົ່ງຂອງຄະນະກູ້ໄພກູ້ຊີບ ຫວຽດນາມ
ວັນທີ 18 ກຸມພາ, ກຳລັງກູ້ໄພກູ້ຊີບກອງທັບປະຊາຊົນ ຫວຽດນາມ ໄດ້ຜັນຂະຫຍາຍການຊອກຫາຜູ້ປະສົບເຄາະຮ້າຍ ໃນເຫດແຜ່ນດິນໄຫວທີ່ 4 ເຂດອື່ນ ຢູ່ Antakya. ໃນນັ້ນ ມີ 2 ຈຸດພົບເຫັນມີຜູ້ປະສົບເຄາະຮ້າຍ ແລະ ໃຫ້ຫົວໜ່ວຍກູ້ໄພກູ້ຊີບປະຈຳຖິ່ນ ນຳຜູ້ຄົນເຫຼົ່ານັ້ນອອກຈາກຊາກຫັກພັງ. ຕາມກະຊວງປ້ອງກັນປະເທດ ຫວຽດນາມ, ໄລ່ຮອດຕອນແລງວັນທີ 18 ກຸມພາ (ຕາມເວລາ ຫວຽດນາມ), ກຳລັງກູ້ໄພກູ້ຊີບ ກອງທັບປະຊາຊົນ ຫວຽດນາມ ໄດ້ຊ່ວຍ ຕວກກີ ກຳນົດບ່ອນມີຜູ້ປະສົບເຄາະຮ້າຍ 14 ບ່ອນ, ໃນນັ້ນ ມີສອງບ່ອນ ແມ່ນມີຜູ້ຍັງມີຊີວິດຢູ່.
ສຳລັບຄະນະກູ້ໄພກູ້ຊີບກະຊວງຕຳຫຼວດ ຫວຽດນາມ, ພາຍຫຼັງ 7 ວັນທີ່ໄດ້ມານະພະຍາຍາມຊອກຫາ, ກູ້ໄພກູ້ຊີບຢູ່ ຕວກກີ, ກຳລັງດັ່ງກ່າວ ໄດ້ປະຕິບັດສຳເລັດໜ້າທີ່ໃນວັນທີ 19 ກຸມພາ ແລະ ພວມກະກຽມກັບຄືນປະເທດ. ໄປຄຽງຄູ່ກັບວຽກງານກູ້ໄພກູ້ຊີບ, ຄະນະກູ້ໄພກູ້ຊີບກະຊວງຕຳຫຼວດ ຫວຽດນາມ ຍັງມອບອຸປະກອນການແພດ, ຢຸກຢາຂອງການນຳກະຊວງຕຳຫຼວດ ຫວຽດນາມ ໃຫ້ອົງການຮັບມືກັບໄພພິບັດ ແລະ ສະພາວະສຸກເສີນຂອງ ຕວກກີ (AFAD). ພ້ອມດຽວກັນນັ້ນ ກໍໄປຢ້ຽມຢາມຖາມຂ່າວ, ໃຫ້ກຳລັງໃຈ ແລະ ມອບຂອງຕ້ອນເລັກໆນ້ອຍໆຈາກ ຫວຽດນາມ ໃຫ່ປະຊາຊົນຢູ່ອ້ອມເຂດເກີດເຫດ. ຄວາມຕັດສິນໃຈ, ນ້ຳໃຈອົງອາດກ້າຫານ, ບໍ່ຢ້ານອິດຢ້ານເມື່ອຍຂອງກຳລັງກູ້ໄພກູ້ຊີບ ຫວຽດນາມ ຢູ່ ຕວກກີ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ ໃນໝູ່ປະຊາຊົນປະເທດປະຈຳຖິ່ນ. ສິ່ງດັ່ງກ່າວ ກໍຢັ້ງຢືນມູນເຊື້ອ “ຮັກເພື່ອນຄືຮັກຕົນເອງ” ຂອງຊາດ ຫວຽດນາມ.