• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ເຄື່ອນ​ໄຫວບຸນ​ຢື້​ຢາມ​ຖາມ​ຂ່າວມອບ​ຂອງ​ຂວັ​ນ​ໃຫ້​ແກ່ ກຳ​ມະ​ກອນ, ​ແຮງ​ງານ​ທີ່​ທຸກ​ຍາກໃນ​ໂອ​ກາດ​ບຸນ​ເຕັດ

ຕອນເຊົ້າວັນທີ 4 ມັງກອນ, ທ່ານ ເຈິ່ນແທັງເໝີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ກຳມະກອນ, ແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ ຢູ່ບໍລິເວນແຂວງ ອານຢາງ 100 ຄົນ ເນື່ອງໃນໂອກາດບຸນເຕັດປີ ຊວດ 2020.

ພິທີໄຂ
“ວັນບຸນ ກຳມະກອນ - ຕະຫຼາດນັດແຫ່ງສານຈິດມິດໃຈ” (ພາບ: laodong.vn)

ນະທີ່ນີ້, ທ່ານໄດ້ຢັ້ງຢືນວ່າ ການເບິ່ງແຍງດຸແລ ຊີວິດການເປັນຢູ່ຂອງກຳມະການ, ແຮງງານ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ລັດ ຜ່ານບັນດາແຜນນະໂຍບາຍ, ນະໂຍບາຍຢ່າງລະອຽດສຳລັບກຳມະກອນແຮງງານ, ເປັນຕົ້ນແມ່ນບັນດາຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ. ທ່ານເຈິ່ນແທັງເໝີນ ໄດ້ສະເໜີວ່າ ສະຫະພັນແຮງງານ ຫວຽດນາມເມື່ອ ຜັນຂະຫຍາຍ ລາຍການ “ບຸນເຕັດເຕົ້າໂຮມ” ແລະ “ປິ້ລົດແຫ່ງສາຍຈິດມິດໃຈ” ຕ້ອງມອບໂດຍກົງໃຫ້ ກຳມະກອນ, ແຮງງານ, ບໍ່ປະໃຫ້ກຳມະກອນໃດ ບໍ່ມີເງິນກັບບ້ານກິນກຸດ.

ໃນວັນທີ 3 ມັງກອນ, ຢູ່ ເມືອງ ດັກຣລັບ, ສະຫະພັນ ແຮງງານ ແຂວງດັກນົງ ໄດ້ຈັດຕັ້ງລາຍການ “ບຸນເຕັດເຕົ້າໂຮມ 2020” ໃຫ້ແກ່ ແຮງງານທຸກຍາກ ຢູ່ບໍລິເວນແຂວງ. ທີ່ ລາຍການຄະນະຈັດຕັ້ງໄດ້ມອບຂອງຂວັນ ໃຫ້ແກ່ ແຮງງານ 170 ພູດ ດ້ວຍຍອດມູນຄ່າ ເກືອບ 200 ລ້ານດົ່ງ. ແລະ ຢູ່ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງ “ວັນບຸນ ກຳມະກອນ - ຕະຫຼາດນັດແຫ່ງສານຈິດມິດໃຈ” ຄັ້ງທີ 2 ໂດຍ ສະຫະພັນ ແຮງງານ ນະຄອນ ໂຮ່ຈີມິນຈັດຂຶ້ນ ໃນລະຫວ່າງວັນທີ 3 – 5 ມັງກອນ ເຊິ່ງໄດ້ດຶງດູດແຮງງານ, ປະຊາຊົນມາຢ້ຽມຊົມ ແລະ ຊື້ເຄື່ອງເປັນຈຳນວນຫຼວງຫຼາຍ. ໃນໂອກາດນີ້ ສະພະພັນແຮງງານ ນະຄອນໂຮ່ຈີມິນໄດ້ມອບຂອງຂວັນ 400 ພູດໃຫ້ແກ່ກຳມະກອນທີ່ດີເດັ່ນ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ.

(ແຫຼ່ງຄັດຈາກ VOV)

ກຳ​ປູ​ເຈຍ ນາບ​ຂູ່​ຢຸດ​ຕິ​ການ​ນຳ​ເຂົ້າ​ນ້ຳ​ມັນ​ຈາກ ໄທ

ກຳ​ປູ​ເຈຍ ນາບ​ຂູ່​ຢຸດ​ຕິ​ການ​ນຳ​ເຂົ້າ​ນ້ຳ​ມັນ​ຈາກ ໄທ

ທ່ານປະທານສະພາສູງ/ປະທານພັກ ປຊຊ ກຳປູເຈຍ ກຳອຳນາດ Hun Sen ໄດ້ກ່າວເຕືອນຄວາມອາດສາມາດນຳໃຊ້ຫຼາຍມາດຕະການໂຕ້ຕອບທີ່ແຂງກະດ້າງທີ່ມີຕໍ່ ໄທ...

Top