ຂ່າວສານ
ການຮ່ວມມືດ້ານປ້ອງກັນຊາດແມ່ນເສົາຄ້ຳສຳຄັນໃນການພົວພັນລະຫວ່າງ ຫວຽດນາມ - ຍີ່ປຸ່ນ
ກ່າວຄຳເຫັນທີ່ພິທີ, ທ່ານ ຟ້າມກວາງຮ້ຽວ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ໃຫ້ຮູ້ວ່າ ຫວຽດນາມ ມີການພົວພັນດ້ານປ້ອງກັນຊາດກັບກວ່າ 100 ປະເທດ, ເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງ ສປຊ ແຕ່ປີ 2014. ເມື່ອເວົ້າເຖິງການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ຍີ່ປຸ່ນ, ທ່ານເອກອັກຄະລັດຖະທູດ ຟ້າມກວາງຮ້ຽວ ໃຫ້ຮູ້ວ່າ:
“50 ກວ່າປີ ນັບແຕ່ມື້ສ້າງຕັ້ງສາຍພົວພັນທາງການທູດ, ການພົວພັນຮ່ວມມືມິດຕະພາບລະຫວ່າງ ຫວຽດນາມ - ຍີປຸ່ນ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງໃນບັນດາຂົງເຂດ, ຍີ່ປຸ່ນ ນັບມື້ນັບກາຍເປັນຄູ່ຮ່ວມມືຍຸດທະສາດທີ່ໜ້າໄວ້ເນື້ອເຊື່ອໃຈ ແລະ ສໍາຄັນແຖວໜ້າຂອງ ຫວຽດນາມ. ໃນສະພາບການນັ້ນ, ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ໄດ້ຮັບການເປີດກວ້າງ ຢ່າງບໍ່ຢຸດຢັ້ງ ແລະ ເຂົ້າສູ່ລວງເລິກ, ແທດຈິງກວ່າເກົ່າ, ກາຍເປັນຈຸດພົ້ນເດັ່ນ, ເປັນເສົາຄ້ຳສຳຄັນໃນການພົວພັນລະຫວ່າງສອງປະເທດ. ຫວຽດນາມ ແລະ ຍີ່ປຸ່ນ ມີຫຼາຍຜົນປະໂຫຍດຍຸດທະສາດລວມ. ເລື່ອງສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໄດ້ສ້າງກຳລັງໜູນໃໝ່, ຊຸກຍູ້ການພົວພັນຮ່ວມມືໃນຫຼາຍດ້ານ, ໃນນັ້ນ ມີການພົວພັນດ້ານປ້ອງກັນຊາດລະຫວ່າງສອງປະເທດ. ຂ້າພະເຈົ້າເຊືື່ອໝັ້ນວ່າ ການພົວພັນຮ່ວມມືດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາມ - ຍີ່ປຸ່ນ ຈະສືບຕໍ່ໄດ້ຮັບການຍົກສູງຂຶ້ນລະດັບສູງໃໝ່, ເພື່ອຜົນປະໂຫຍດຂອງສອງປະເທດ, ເພື່ອສັນຕິພາບ, ວັດທະນາຖາວອນຂອງພາກພື້ນ ແລະ ໃນໂລກ.”







