ກອງປະຊຸມໄດ້ສະຫງວນເວລາເພື່ອປຶກສາຫາລື, ແລກປ່ຽນມະຕະການຍົກສູງປະສິດທິຜົນໂຄງການຮ່ວມມືລະຫວ່າງ 4 ແຂວງເຂດຊາຍແດນ ຫວຽດນາມ ແລະ ເຂດປົກຄອງດ້ວຍຕົນເອງ ຊາວເຜົ່າຈວາງ, ແຂວງ ກວາງຊີ (ຈີນ).
ໃນກອງປະຊຸມ, ການນຳພະແນກສຶກສາ ແລະ ບໍາລຸງສ້າງ 4 ແຂວງເຂດຊາຍແດນ ຫວຽດນາມ ແລະ ພະແນກສຶກສາເຂດປົກຄອງດ້ວຍຕົນເອງຊົນເຜົ່າ ຈວາງ ແຂວງ ກວາງຊີ (ຈີນ); ພະແນກແຮງງານ - ທະຫານເສຍອົງຄະ ແລະ ສັງຄົມແຂວງ ຮ່າຢາງ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳປີ 2024 ກ່ຽວກັບການພັດທະນາສາຍພົວພັນມິດຕະພາບ, ການຮ່ວມມືກ່ຽວກັບການສຶກສາ ລະຫວ່າງ 4 ແຂວງ ເຂດ ຊາຍແດນ ຫວຽດນາມ ແລະ ເຂດປົກຄອງດ້ວຍຕົນເອງຊາວເຜົ່າ ຈວາງ ແຂວງ ກວາງຊີ (ຈີນ).








