ຂ່າວສານ

ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ລະ​ຫວ່າງ 4 ແຂວງ​ເຂດຊາຍ​ແດນ ຫວ​ຽດ​ນາມ ກັບ ຈີນ

ຕອນບ່າຍວັນທີ 26 ພະຈິກ, ຢູ່ນະຄອນ ຮ່າຢາງ, ໄດ້ດຳເນີນກອງປະຊຸມແລກປ່ຽນວຽກງານການສຶກສາລະຫວ່າງ 4 ແຂວງເຂດຊາຍແດນ ຫວຽດນາມ, ລວມມີ: ຮ່າຢາງ, ກາວບັ່ງ, ລ້າງເຊີນ, ກວ໋າງນິງ ແລະ ເຂດປົກຄອງດ້ວຍຕົນເອງຊາວເຜົ່າ ຈວາງ, ແຂວງ ກວງຊີ (ປະເທດ ຈີນ).
ພິທີລົງນາມການຮ່ວມມື (ພາບ: TTXVN)

ກອງປະຊຸມໄດ້ສະຫງວນເວລາເພື່ອປຶກສາຫາລື, ແລກປ່ຽນມະຕະການຍົກສູງປະສິດທິຜົນໂຄງການຮ່ວມມືລະຫວ່າງ 4 ແຂວງເຂດຊາຍແດນ ຫວຽດນາມ ແລະ ເຂດປົກຄອງດ້ວຍຕົນເອງ ຊາວເຜົ່າຈວາງ, ແຂວງ ກວາງຊີ (ຈີນ).

ໃນກອງປະຊຸມ, ການນຳພະແນກສຶກສາ ແລະ ບໍາລຸງສ້າງ 4 ແຂວງເຂດຊາຍແດນ ຫວຽດນາມ ແລະ ພະແນກສຶກສາເຂດປົກຄອງດ້ວຍຕົນເອງຊົນເຜົ່າ ຈວາງ ແຂວງ ກວາງຊີ (ຈີນ); ພະແນກແຮງງານ - ທະຫານເສຍອົງຄະ ແລະ ສັງຄົມແຂວງ ຮ່າຢາງ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳປີ 2024 ກ່ຽວກັບການພັດທະນາສາຍພົວພັນມິດຕະພາບ, ການຮ່ວມມືກ່ຽວກັບການສຶກສາ ລະຫວ່າງ 4 ແຂວງ ເຂດ ຊາຍແດນ ຫວຽດນາມ ແລະ ເຂດປົກຄອງດ້ວຍຕົນເອງຊາວເຜົ່າ ຈວາງ ແຂວງ ກວາງຊີ (ຈີນ).


top